navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextບັນຊີເງິນຝາກ
ບັນຊີເງິນຝາກ
ປັດຈຸບັນ, ທະນາຄານ ເອຊີລີດາ ລາວ ໃຫ້ບໍລິການບັນຊີເງິນຝາກດັ່ງນີ້:
- ບັນຊີຝາກປະຢັດ
- ບັນຊີກະແສລາຍວັນ
- ບັນຊີຝາກມີກຳນົດ
- ບັນຊີບຳນານ
- ບັນຊີຝາກສະສົມເພື່ອສຸຂະພາບ
- ບັນຊີຝາກສະສົມເພື່ອການສຶກສາ
- ບັນຊີພະສົງ ແລະ ກອງທຶນວັດ
ເງື່ອນໄຂການເປີດບັນຊີ
- ບຸກຄົນທີ່ຖືກຕ້ອງຕາມກົດໝາຍ ແລະ ມີອາຍຸ 15 ປີຂຶ້ນໄປ
- ບໍລິສັດທີ່ຖືກຕ້ອງຕາມກົດໝາຍ (ບໍລິສັດ, ອົງການຈັດຕັ້ງ, ໂຄງການພັດທະນາ, ພະແນກ, ກະຊວງຂອງລັດ ແລະ ອື່ນໆ)
ບັນຊີສ່ວນບຸກຄົນ
- ບຸກຄົນທີ່ຖືສັນຊາດລາວ
- ບັດປະຈຳຕົວ ທີ່ຍັງມີອາຍຸການນຳໃຊ້ ຫຼື;
- ໜັງສືຜ່ານແດນ (Passport) ທີ່ຍັງມີອາຍຸການນຳໃຊ້ຢ່າງໜ້ອຍ 03 ເດືອນ ນັບຈາກມື້ຮັບເອກະສານ ຫຼື;
- ສຳມະໂນຄົວ (ມີຮູບຕິດ ແລະ ກາປະທັບຈາກ ປກສ, ຖ້າບໍ່ມີຮູບຕິດ ແລະ ກາປະທັບຈາກ ປກສ ແມ່ນຕ້ອງເຮັດໃບຢັ້ງຢືນທີ່ຢູ່ເຊັນຈາກອຳນາດການປົກຄອງບ້ານມາຄັດຕິດເພີ່ມ);
- ສຳລັບນັກບວດ, ແມ່ຂາວ: ໜັງສືສຸດທິ ຫືຼື ບັດປະຈຳຕົວ ທີ່ຍັງມີອາຍຸການນຳໃຊ້ ຫຼື ສຳມະໂນຄົວສົງ ທີ່ມີຮູບຕິດ ຫຼື ໜັງສືຜ່ານແດນ ທີ່ຍັງມີອາຍຸການນຳໃຊ້ຢ່າງໜ້ອຍ 03 ເດືອນ ນັບຈາກມື້ຮັບເອກະສານ;
- ໜັງສື ຫຼື ເອກະສານທີ່ມີລາຍມື ຫຼື ລາຍເຊັນ ຂອງຜູ້ມອບອຳນາດ ແລະ ຜູ້ທີ່ຖືກມອບໝາຍໃຫ້ມາເຮັດທຸລະກຳ ຫຼື ສ້າງສາຍພົວພັນທຸລະກິດແທນ;
- ບຸກຄົນທີ່ຖືສັນຊາດຕ່າງປະເທດ ຫຼື ຄົນຕ່າງດ້າວ
- ໜັງສືຜ່ານແດນທີ່ລັດຖະບານເຈົ້າຂອງສັນຊາດອອກໃຫ້ ທີ່ຍັງມີອາຍຸການນຳໃຊ້ຢ່າງໜ້ອຍ 03 ເດືອນ ນັບຈາກມື້ຮັບເອກະສານ ແລະ ຄັດຕິດມາພ້ອມເອກະສານດັ່ງລຸ່ມນີ້:
- ບັດປະຈຳຕົວຄົນຕ່າງດ້າວ ທີ່ມີອາຍຸການນຳໃຊ້ (ກໍລະນີບຸກຄົນທີ່ມາຕັ້ງຖິ່ນຖານໃນ ສປປ ລາວ ຍາວນານ) ຫຼື;
- ສຳມະໂນຄົວຕ່າງດ້າວ (ຖ້າບໍ່ມີຮູບຕິດ ແລະ ກາປະທັບຈາກ ປກສ ແມ່ນຕ້ອງເຮັດໃບຢັ້ງຢືນທີ່ຢູ່ເຊັນຈາກອຳນາດການປົກຄອງບ້ານມາຄັດຕິດເພີ່ມ) ກໍລະນີບຸກຄົນທີ່ມາຕັ້ງຖິ່ນຖານໃນ ສປປ ລາວ ຍາວນານ ຫຼື;
- ບັດອະນຸຍາດພັກເຊົາ (Stay Permit) ທີ່ອອກໂດຍກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ຫຼື;
- ບັດອະນຸຍາດເຮັດວຽກ (Work permit) ທີ່ອອກໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫຼື;
- ບັດນັກການທູດ ອອກໂດຍກະຊວງການຕ່າງປະເທດ;
- ໜັງສື ຫຼື ເອກະສານທີ່ມີລາຍມື ຫຼື ລາຍເຊັນພ້ອມທັງຂຽນຊື່ຂອງຜູ້ມອບອຳນາດ ແລະ ຜູ້ທີ່ຖືກມອບໝາຍໃຫ້ມາເຮັດທຸລະກຳ ຫຼື ສ້າງສາຍພົວພັນທຸລະກິດແທນ;
ໝາຍເຫດ: ການເປີດບັນຊີໃຫ້ເດັກທີ່ມີອາຍຸ 15 ຫາຕຳ່ກວ່າ 18 ປີ ຕ້ອງມີການຮັບປະກັນຈາກຜູ້ປົກຄອງ, ສຳລັບເດັກທີ່ມີອາຍຸຕຳ່ກວ່າ 15 ປີ ຕ້ອງມີຜູ້ປົກຄອງຮ່ວມບັນຊີ
ບັນຊີນິຕິບຸກຄົນ ແລະ ວິສາຫະກິດສ່ວນບຸກຄົນ
- ໃບທະບຽນວິສາຫະກິດ ແລະ ເລກທີທະບຽນວິສາຫະກິດ ທີ່ຍັງບໍ່ໝົດກຳນົດເວລານຳໃຊ້;
- ໃບອະນຸຍາດດຳເນີນທຸລະກິດ ແລະ ເລກທີໃບອະນຸຍາດດຳເນີນທຸລະກິດ ທີ່ຍັງບໍ່ໝົດກຳນົດເວລາການນຳໃຊ້;
- ເລກທີໃບທະບຽນອາກອນ ແລະ ໃບແຈ້ງເສຍອາກອນ ປີລ່າສຸດ;
- ໃບສະເໜີຂໍເປີດບັນຊີໂດຍລະບຸຈຸດປະສົງການເປີດບັນຊີທີ່ເຊັນໂດຍຜູ້ມີອຳນາດຂອງນິຕິບຸກຄົນ;
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ມີລາຍໂປ້ມື ຫຼື ລາຍເຊັນພ້ອມທັງຊື່ ແລະ ຕາປະທັບ ຂອງຜູ້ມອບສິດ ແລະ ຜູ້ຖືກມອບໝາຍ ເພື່ອມາດໍາເນີນການເປີດບັນຊີເງິນຝາກໃໝ່;
- ໜັງສື ຫຼື ເອກະສານຂໍ້ຜູກມັດໃດໜຶ່ງ ແລະ ລາຍຊື່ຜູ້ທີ່ມີຕຳແໜ່ງບໍລິຫານຂອງນິຕິບຸກຄົນ ແລະ ຜູ້ທີ່ມີການຕົກລົງກັນທາງດ້ານກົດໝາຍ;
- ເອກະສານແຕ່ງຕັ້ງ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເພື່ອເຄື່ອນໄຫວບັນຊີເງິນຝາກ;
- ເອກະສານຢັ້ງຢືນຕົວຕົນຂອງບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີເງິນຝາກ
ການຈັດຕັ້ງ
- ໃບອະນຸຍາດ
- ໃບສະເໜີຂໍເປີດບັນຊີໂດຍລະບຸຈຸດປະສົງການເປີດບັນຊີ ທີ່ເຊັນໂດຍຜູ້ມີອຳນາດຂອງການຈັດຕັ້ງ;
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ມີລາຍໂປ້ມື ຫຼື ລາຍເຊັນພ້ອມທັງຊື່ ແລະ ຕາປະທັບ ຂອງຜູ້ມອບສິດ ແລະ ຜູ້ຖືກມອບໝາຍ ເພື່ອມາດໍາເນີນການເປີດບັນຊີເງິນຝາກໃໝ່;
- ເອກະສານແຕ່ງຕັ້ງ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນຊີເງິນຝາກ;
- ເອກະສານຢັ້ງຢືນຕົວຕົນຂອງບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີເງິນຝາກ
ອົງການບໍ່ຫວັງຜົນກຳໄລ
- ໃບສະເໜີຂໍເປີດບັນຊີໂດຍລະບຸຈຸດປະສົງການເປີດບັນຊີ ທີ່ເຊັນໂດຍຜູ້ມີອຳນາດຂອງອົງການຈັດຕັ້ງທີ່ກ່ຽວຂ້ອງ;
- ໃບອະນຸຍາດເຄື່ອນໄຫວໃນຮູບແບບ ອົງການບໍ່ຫວັງຜົນກຳໄລ;
- ສຳເນົາໃບຂຶ້ນທະບຽນ ແລະ ໃບອະນຸຍາດເຄື່ອນໄຫວກິດຈະກຳ ຫຼື ກິິດຈະການຈາກພາກສ່ວນກ່ຽວຂ້ອງຂອງລັດຖະບານ;
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ມີລາຍໂປ້ມື ຫຼື ລາຍເຊັນພ້ອມທັງຊື່ ແລະ ຕາປະທັບ ຂອງຜູ້ມອບສິດ ແລະ ຜູ້ຖືກມອບໝາຍ ເພື່ອມາດໍາເນີນການເປີດບັນຊີເງິນຝາກໃໝ່;
- ເອກະສານແຕ່ງຕັ້ງຜູ້ບໍລິຫານ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນຊີເງິນຝາກ;
- ເອກະສານຢັ້ງຢືນຕົວຕົນຂອງບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີເງິນຝາກ
ສະຖາບັນການເງິນ, ທະນາຄານທຸລະກິດ ທີ່ມີສຳນັກງານຕັ້ງຢູ່ ສປປ ລາວ
- ໃບທະບຽນວິສາຫະກິດ ແລະ ເລກທີທະບຽນວິສາຫະກິດ ທີ່ຍັງບໍ່ໝົດກຳນົດເວລານຳໃຊ້
- ໃບອະນຸຍາດດຳເນີນທຸລະກິດ ແລະ ເລກທີໃບອະນຸຍາດດຳເນີນທຸລະກິດ ທີ່ຍັງບໍ່ໝົດກຳນົດເວລາການນຳໃຊ້ ອອກໂດຍ ທະນາຄານແຫ່ງ ສປປ ລາວ ຫຼື ກະຊວງການເງິນ;
- ໃບທະບຽນອາກອນ ແລະ ເລກທີໃບທະບຽນອາກອນ ທີ່ຍັງບໍ່ໝົດກຳນົດເວລາການນຳໃຊ້;
- ໃບສະເໜີຂໍເປີດບັນຊີທີ່ເຊັນໂດຍຜູ້ມີອຳນາດຂອງສະຖາບັນການເງິນ ຫຼື ທະນາຄານທຸລະກິດ;
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ມີລາຍໂປ້ມື ແລະ ລາຍເຊັນພ້ອມທັງຊື່ ແລະ ຕາປະທັບ ຂອງຜູ້ມອບສິດ ແລະ ຜູ້ຖືກມອບໝາຍ ເພື່ອມາດໍາເນີນການເປີດບັນຊີເງິນຝາກໃໝ່;
- ເອກະສານແຕ່ງຕັ້ງຜູ້ບໍລິຫານ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນຊີເງິນຝາກ;
- ເອກະສານຢັ້ງຢືນຕົວຕົນຂອງບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີເງິນຝາກ


USD
THB
EUR
AUD
VND
CAD
KHR
JPY
GBP




