www.acledabank.com.la

navigate_nextຂໍ້ມູນທະນາຄານ

ຂໍ້ມູນທະນາຄານ

ສຳນັກງານໃຫຍ່ຂອງ ທະນາຄານ ເອຊີລີດາ ລາວ ຈຳກັດ

ດ້ວຍ​ການ​ສະໜັບສະໜູນ ​ແລະ ການ​ຊຸກຍູ້​ຈາກ​ບັນດາ​ລູກ​ຄ້າ​ ແລະ ພະນັກງານ​ຂອງ​ພວກ​ເຮົາ ​ເຮັດ​ໃຫ້​ທະນາຄານ​ ເອຊີ​ລີ​ດາ ​ສາມາດ​ເສີມ​ຂະຫຍາຍ​ເຄືອ​ຂ່າຍ​ການ​ດຳ​ເນີນ​ງານໃນປະເທດລາວ ໄດ້.

ນັບແຕ່ວັນທີ 26 ທັນວາ 2007 ເປັນຕົ້ນມາ, ທະນາຄານ ເອຊີລີດາ ມະຫາຊົນ, ທະນາຄານໃຫຍ່ທີ່ສຸດຂອງກຳປູເຈຍ, ໄດ້ຮັບໃບອະນຸຍາດເບື້ອງຕົ້ນຈາກລັດຖະບານ ສປປ ລາວ ໃຫ້ດຳເນີນການເປັນທະນາຄານທຸລະທຸລະກິດເຕັມຮູບແບບ. ທະນາຄານ​ແຫ່ງ​ໃໝ່​ທີ່​ຈະ​ມີ​ຊື່​ວ່າ ທະນາຄານ​ ເອຊີ​ລີ​ດາ​ ລາວ ຈຳກັດ ເຊິ່ງຄາດ​ວ່າ​ຈະ​ສ້າງ​ສາຂາ​ເພີ່ມ​ຂຶ້ນ​ໃນ​ທົ່ວ​ປະ​ເທດ.

ໃບອະນຸຍາດດັ່ງກ່າວໄດ້ເຮັດໃຫ້ທະນາຄານເອຊີລີດາ ລາວ ຈໍາກັດ ເປີດບໍລິການທາງດ້ານການເງິນໃໝ່ຫຼາຍຢ່າງລວມທັງບັດເອຊີລີດາ, ດິຈິຕອລ, ສິນເຊື່ອ, ເງິນຝາກ, ການຄຸ້ມຄອງເງິນສົດ, ກອງທຶນການຄ້າ, ການໂອນເງິນ ແລະ ອື່ນໆອີກ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າທີ່ມີຢູ່ ແລະໃນອະນາຄົດ.

ທະນາຄານ ເອຊີລີດາ ລາວ ນຳໃຊ້ເຕັກໂນໂລຊີການທະນາຄານລະດັບໂລກ, GLOBUS, ເພື່ອນໍາເອົາທຸລະກໍາມາໃຊ້ງານໄດ້ຢ່າງແທ້ຈິງ ເຊິ່ງຊ່ວຍໃຫ້ລູກຄ້າເຂົ້າເຖິງການບໍລິການ ແລະ ຜະລິດຕະພັນຂອງທະນາຄານໄດ້ຢ່າງສະດວກສະບາຍ.

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 23 ຜູ້ເຂົ້າຊົມມື້ນີ້: 599 ຜູ້ເຂົ້າຊົມມື້ວານນີ້: 1,880
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່