navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextເງິນຝາກnavigate_nextບັນຊີກະແສລາຍວັນ
ບັນຊີກະແສລາຍວັນ
ທຸລະກຳທາງການເງິນແຕ່ລະວັນຕ້ອງການການຈັດການເງິນສົດທີ່ມີປະສິດທິພາບສູງ. ທຸລະກຳທັງໝົດຕ້ອງດຳເນີນການຢ່າງວ່ອງໄວ ແລະ ຖືກຕ້ອງເພື່ອໃຫ້ທ່ານສາມາດຈັດການທຸລະກິດໄດ້ຢ່າງສົມບູນ. ບໍລິການບັນຊີກະແສລາຍວັນຂອງ ທະນາຄານ ເອຊີລີດາ ລາວ ຖືກອອກແບບມາເພື່ອຕອບສະໜອງຄວາມຕ້ອງການຂອງທ່ານດ້ວຍຄວາມປອດໄພ, ບໍລິການວ່ອງໄວ ແລະ ເຊື່ອຖືໄດ້.
ຜົນປະໂຫຍດ
ດ້ວຍບັນຊີກະແສລາຍວັນຂອງທະນາຄານ ເອຊີລີດາ ລາວ, ທ່ານສາມາດເຮັດການຊຳລະດ້ວຍແຊັກ ແລະ ທ່ານຈະໄດ້ຮັບການບໍລິການແບບເປັນສ່ວນຕົວດ້ວຍຄວາມວ່ອງໄວຈາກທະນາຄານໂດຍໄດ້ຮັບການສະໜັບສະໜູນຈາກນັກລົງທຶນຕ່າງປະເທດ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ. ສາມາດຝາກ ແລະ ຖອນເປັນເງິນສົດ ຫຼື ແຊັກ ໄດ້ທຸກເວລາໃນໂມງລັດຖະການ
ສະດວກໃນການນຳໃຊ້
- ວົງເງິນເລີ່ມຕົ້ນຝາກ 1.000.000 ກີບ, 500 ໂດລາ, 4.000 ບາດ
- ບໍ່ມີຄ່າທຳນຽມສຳລັບການເປີດ ຫຼື ປິດ ບັນຊີ
- ຍອດເງິນຕ່ຳສຸດມີພຽງ 1.000.000 ກີບ, 100 ໂດລາ, 4.000 ບາດ
- ການຝາກ, ການຖອນ ແລະ ການໂອນເງິນໂດຍບໍ່ຕ້ອງຖືເງິນສົດ
- ສະໜອງລາຍງານການເຄື່ອນໄຫວບັນຊີປະຈຳເດືອນ
* ກໍລະນີປິດບັນຊີຫຼັງ 03 ເດືອນ


USD
THB
EUR
AUD
VND
CAD
KHR
JPY
GBP



