navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextເງິນຝາກnavigate_nextບັນຊີຝາກປະຢັດ
ບັນຊີຝາກປະຢັດ
ການຊອກຫາສະຖານທີ່ທີ່ເຊື່ອຖືໄດ້ໃນການຝາກເງິນຂອງທ່ານດ້ວຍຄວາມສະດວກສະບາຍຄືຄວາມກັງວົນທີ່ສຸດຂອງທຸກຄົນລວມທັງຜົນປະໂຫຍດເພີ່ມເຕີມຈາກດອກເບ້ຍ. ທະນາຄານ ເອຊີລີດາ ລາວ ຈະມອບຜົນປະໂຫຍດຂ້າງເທິງທີ່ດີທີ່ສຸດໃຫ້ທ່ານ.
ເມື່ອທ່ານຕັດສິນໃຈເປີດບັນຊີຝາກປະຢັດກັບທະນາຄານ ເອຊີລີດາ ລາວ ທ່ານຈະໄດ້ຮັບດອກເບ້ຍທີ່ທ່ານພໍໃຈເຊິ່ງທ່ານສາມາດເປີດບັນຊີເງິນກີບ, ໂດລາ ແລະ ບາດ
ຄິດໄລ່ດອກເບ້ຍທຸກວັນ ແລະ ມອບເຂົ້າບັນຊີທຸກເດືອນ
ຄວາມສະດວກ
ທະນາຄານ ເອຊີລີດາ ລາວ ເປັນສະຖານທີ່ທີ່ມີຄວາມປອດໄພ ແລະ ເຊື່ອຖືໄດ້ໃນການຝາກເງິນຂອງທ່ານພ້ອມດອກເບ້ຍທີ່ທ່ານພຶງພໍໃຈ. ພວກເຮົາໃຫ້ບໍລິການຜ່ານເຕັກໂນໂລຊີອອນລາຍເພື່ອຮັບປະກັນໃນການອຳນວຍຄວາມສະດວກ ແລະ ມີປະສິດທິພາບໃຫ້ແກ່ທ່ານ
ສະດວກໃນການນຳໃຊ້
- ວົງເງິນເລີ່ມຕົ້ນຝາກ ແລະ ຍອດເງິນຕ່ຳສຸດມີພຽງ 50.000 ກີບ, 5 ໂດລາ, 200 ບາດ
- ບໍ່ມີຄ່າທຳນຽມສຳລັບການເປີດ ຫຼື ປິດ ບັນຊີ
- ຄ່າທຳນຽມປຶ້ມບັນຊີ ສຳລັບເປີດບັນຊີໃໝ່ 10.000 ກີບ, 1 ໂດລາ, 40 ບາດ
- ບໍ່ມີຄ່າທຳນຽມສຳລັບບັດຂໍ້ມູນບັນຊີລູກຄ້າ ແລະ ພິມລາຍການເຄືອນໄຫວບັນຊີໄລຍະ 1 ເດືອນ (ຖ້າລູກຄ້າຕ້ອງການໃຊ້ແທນປຶ້ມບັນຊີເງິນຝາກ)
- ພວກເຮົາຍັງໃຫ້ບໍລິການໃຫ້ບໍລິການທ່ານດ້ວຍລະບົບເຕັກໂນໂລຊີທີ່ທັນສະໄໝທີ່ສຸດ
ອັດຕາດອກເບ້ຍ
| ສະກຸນເງິນ | ອັດຕາດອກເບ້ຍຕໍ່ປີ |
|---|---|
| ເງິນກີບ | 3.00% |
| ເງິນໂດລາ | ບໍ່ມີດອກເບ້ຍ |
| ເງິນບາດ | ບໍ່ມີດອກເບ້ຍ |
* ກໍລະນີປິດບັນຊີຫຼັງ 03 ເດືອນ


USD
THB
EUR
AUD
VND
CAD
KHR
JPY
GBP




