www.acledabank.com.la

navigate_nextຜະລິດຕະພັນ & ບໍລິການnavigate_nextບັດເອຊີລີດາ

ບັດເອຊີລີດາ

ACLEDA Photo

ບັດເອຊີລີດາ ແມ່ນບັດເອທີເອັມທີ່ ທະນາຄານ ເອຊີລີດາ ລາວ ອອກໃຫ້ກັບຜູ້ຖືບັນຊີ ເພື່ອນຳໃຊ້ເຮັດທຸລະກຳຜ່ານຕູ້ເອທີເອັມຂອງທະນາຄານ ເອຊີລີດາ ລາວ ຈຳກັດ ໄດ້ທຸກເວລາ, ຕະຫຼອດ 24 ຊົ່ວໂມງຕໍ່ວັນ ແລະ 7 ວັນຕໍ່ອາທິດ.

ຜົນປະໂຫຍດ

  • ສາມາດຖອນເງິນໄດ້ທຸກເວລາ ຕະຫຼອດ 24 ຊົ່ວໂມງຕໍ່ວັນ ແລະ 7 ວັນຕໍ່ອາທິດ
  • ມີຄວາມປອດໄພ
  • ປະຢັດເວລາ ແລະ ຄ່າໃຊ້ຈ່າຍ
  • ມີໂອກາດນຳໃຊ້ຜະລິດຕະພັນ-ການບໍລິການອື່ນໆຂອງທະນາຄານ

ເງື່ອນໄຂ

  • ທ່ານຕ້ອງມີບັນຊີ (ບັນຊີຝາກປະຢັດ ຫຼື ບັນຊີກະແສລາຍວັນ) ກັບທະນາຄານ
  • ມີອາຍຸ 18 ປີຂຶ້ນໄປ. ຖ້າຫາກອາຍຸຕ່ຳກວ່າ 18ປີ ທ່ານສາມາດຂໍເປັນບັດເສີມໄດ້
  • ມີບັດປະຈຳຕົວ
  • ສຳລັບບັດເສີມ, ທ່ານຕ້ອງສະໜອງຂໍ້ມູນໃຫ້ທະນາຄານດັ່ງນີ້:
    • ບັດປະຈຳຕົວຂອງເຈົ້າຂອງບັດຫຼັກ ແລະ ບັດເສີມ
    • ເອກະສານອື່ນໆຕາມຄວາມຕ້ອງການຂອງທະນາຄານ
    • ປະກອບແບບຟອມຂໍນຳໃຊ້ບັດ

ບັດເສີມ 

  • ບັດເສີມສາມາດໃຫ້ລູກຄ້າລວມທັງອາຍຸຕໍ່າກວ່າ 18 ປີຕາມການສະເໜີຂໍຂອງຜູ້ຖືບັດຫຼັກ.
  • ທຸກໆຂໍ້ມູນອ້າງອິງເຖິງບັດເອຊີລີດາທີ່ອອກໃຫ້ຜູ້ຖືບັດຫຼັກແມ່ນຈະນຳໃຊ້ກັບບັດເສີມເຊັ່ນດຽວກັນ.
  • ຜູ້ຖືບັດຫຼັກຈະຕ້ອງຮັບຜິດຊອບຕໍ່ການຖອນເງິນທັງໝົດ ລວມທັງຄ່າບໍລິການທັງໝົດທີ່ເກີດຂຶ້ນຜ່ານການນຳໃຊ້ບັດເສີມ, ພ້ອມທັງການລະເມີດເງື່ອນໄຂຕ່າງຂອງທະນາຄານຂອງຜູ້ຖືບັດເສີມ.

ບັດເອຊີລີດາສຳລັບບັນຊີຮ່ວມ

  • ບັດເອຊີລີດາສາມາດອອກໃຫ້ເຈົ້າຂອງບັນຊີຮ່ວມຕ່າງກັນໄດ້ ຖ້າເງື່ອນໄຂການລົງລາຍເຊັນຂອງບັນຊີຮ່ວມແມ່ນ "ຜູ້ໃດຜູ້ນຶ່ງສາມາດລົງລາຍເຊັນໄດ້".
  • ມີພຽງແຕ່ຜູ້ຖືບັດເທົ່ານັ້ນທີ່ອະນຸຍາດໃຫ້ໃຊ້ບັດເອຊີລີດາ. ດັ່ງນັ້ນ, ຄວນອອກບັດເພີ່ມເຕີມໃຫ້ເຈົ້າຂອງບັນຊີອື່ນຕາມການຮ້ອງຂໍ.

ການຕໍ່ອາຍຸບັດທີ່ໝົດອາຍຸແລ້ວ

ບັດເອຊີລີດາແມ່ນອອກໃຫ້ໂດຍບໍ່ມີວັນໝົດອາຍຸ. ບັດຈະໃຊ້ໄດ້ກັບໄລຍະເວລາທີ່ແຕກຕ່າງກັນ. ບັດສາມາດນຳໃຊ້ໄດ້ເຖິງ ຫຼື ຫຼາຍກວ່າ 5 ປີຂຶ້ນກັບການນໍາໃຊ້. ກະລຸນາແຈ້ງທະນາຄານ ເອຊີລີດາ ລາວ ເມື່ອບັດບໍ່ສາມາດນຳໃຊ້ໄດ້.

ຄ່າທຳນຽມ

  • ຂໍນຳໃຊ້ບັດ: 20.000 ກີບ
  • ຄ່າບຳລຸງຮັກສາບັດ: 36.000 ກີບຕໍ່ປີ
  • ປ່ຽນບັດໃໝ່ (ບັດເສຍ, ບັດຖືກທຳລາຍ ຫຼື ເສຍຫາຍ): 30.000 ກີບຕໍ່ບັດ
  • ຖອນເງິນເກີນວົງເງິນກຳນົດຕໍ່ວັນ: 0,10% ຂອງຈຳນວນເງິນທີ່ຖອນເກີນ

ຄ່າທຳນຽມເຫຼົ່ານີ້ສາມາດນຳໃຊ້ໄດ້ກັບທຸກສະກຸນເງິນທຸກບັນຊີຂອງທະນາຄານ ເອຊີລີດາ ລາວ.

ຂອບເຂດທຸລະກຳ

  • ຈຳນວນທຸລະກຳສູງສຸດ 10 ຄັ້ງຕໍ່ວັນ
  • ວົງເງິນຖອນໄດ້ສູງສຸດ 8.000.000 ກີບຕໍ່ວັນ

ບັດ/ລະຫັດເສຍ/ຖືກລັກ

ທ່ານຕ້ອງແຈ້ງທະນາຄານທັນທີ ຖ້າບັດຂອງທ່ານເສຍ ຫຼື ຖືກລັກ ຫຼື ລະຫັດຂອງທ່ານຖືກເປີດເຜີຍ ຫຼື ຄົນອື່ນຮູ້ລະຫັດ. ຖ້າຫາກແຈ້ງໂດຍປາກເປົ່າ ຕ້ອງໄດ້ຮັບການຢືນຢັນເປັນລາຍລັກອັກສອນພາຍໃນສອງວັນລັດຖະການ

ກະລຸນາແຈ້ງສູນປະຊາສຳພັນຂອງທະນາຄານທັນທີໄດ້ 24 ຊົ່ວໂມງ ຖ້າບັດຂອງທ່ານເສຍ ຫຼື ຖືກລັກ ຫຼື ລະຫັດຂອງທ່ານຖືກເປີດເຜີຍ ຫຼື ຄົນອື່ນຮູ້ລະຫັດ, ແຈ້ງມາທີ່ເບີ 1800 ຫຼື +856 (0)21 416 999.

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ທ່ານພໍມີເວລາ 10 ນາທີເພື່ອຊ່ວຍພວກເຮົາປັບປຸງຄຸນນະພາບການບໍລິການຂອງພວກເຮົາບໍ່? ການເກັບກຳຜົນແມ່ນບໍ່ຖືກລະບຸຊື່

ເລີ່ມໃຫ້ຄຳເຫັນ

ທະນາຄານໃນມືຂອງທ່ານ.

242.7K PEOPLE USE THIS.

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 18 ຜູ້ເຂົ້າຊົມມື້ນີ້: 593 ຜູ້ເຂົ້າຊົມມື້ວານນີ້: 1,880
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່