navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextເງິນຝາກnavigate_nextບັນຊີຝາກມີກຳນົດ
ບັນຊີຝາກມີກຳນົດ
ພວກເຮົາຮູ້ດີວ່າທ່ານຊອກຫາສະຖານທີ່ທີ່ມີຄວາມປອດໄພ ແລະ ເຊື່ອຖືໄດ້ສະເໝີໃນການຝາກເງິນຂອງທ່ານ ແລະ ຄາດຫວັງການເຕີບໂຕເພື່ອຕອບສະໜອງຄວາມຕ້ອງການຂອງທ່ານໃນອານາຄົດ ລວມທັງອັດຕາດອກເບ້ຍ. ທາງເລືອກທີ່ດີທີ່ສຸດສຳລັບທ່ານກໍ່ຄືການເປີດບັນຊີຝາກມີກຳນົດກັບທະນາຄານ ເອຊີລີດາ ລາວ
ດ້ວຍບັນຊີຝາກມີກຳນົດຂອງທະນາຄານ ເອຊີລີດາ ລາວ ທ່ານຈະໄດ້ຮັບອັດຕາດອກເບ້ຍທີ່ໜ້າພໍໃຈເຊິ່ງທ່ານສາມາດຝາກສະກຸນເງິນກີບ, ໂດລາ ແລະ ບາດ. ທ່ານຍັງສາມາດເລືອກການຮັບດອກເບ້ຍໄດ້ 2 ແບບ ເຊັ່ນ: ຮັບດອກເບ້ຍທຸກເດືອນ ຫຼຶ ຮັບດອກເບ້ຍເມື່ອຄົບກຳນົດ
ເງື່ອນໄຂ
- ສໍາລັບການບໍລິການ ແລະ ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ຫາພະນັກງານບໍລິການໄດ້ທຸກສາຂາສາຂາ ຫຼື ສູນປະຊາສຳພັນ ຂອງພວກເຮົາ.
- ຕື່ມຂໍ້ມູນໃສ່ແບບຟອມລົງທະບຽນສ່ວນບຸກຄົນ
- ຕື່ມຂໍ້ມູນໃສ່ແບບຟອມເປີດບັນຊີສ່ວນບຸກຄົນ ແລະ ຕົ້ນແບບລາຍເຊັນ
- ວົງເງີນເລີ່ມຕົ້ນຝາກ 1.000.000 ກີບ, 500 ໂດລາ, 20.000 ບາດ
ຜົນປະໂຫຍດ
- ຮັກສາເງິນສົດດ້ວຍຄວາມປອດໄພ ແລະ ໄດ້ຮັບອັດຕາດອກເບ້ຍ
- ທະນາຄານຈະອອກໃບຢັ້ງຢືນເງິນຝາກໃຫ້ ແລະ ທ່ານຍັງສາມາດນຳໃຊ້ໃບຢັ້ງຢືນເງິນຝາກເປັນຫຼັກຊັບຄ້ຳປະກັນໄດ້ເມື່ອທ່ານຕ້ອງການສິນເຊື່ອກັບພວກເຮົາ
ປະເພດບັນຊີຝາກມີກຳນົດ
ບັນຊີຝາກມີກຳນົດແບບຮັບດອກເບ້ຍ ແລະ ຕົ້ນທຶນເມື່ອຄົບກຳນົດເປັນບັນຊີທີ່ມີໄລຍະເວລາທີ່ແນ່ນອນໂດຍໃຫ້ອັດຕາດອກເບ້ຍພິເສດເຊິ່ງຊຳລະພ້ອມກັບຕົ້ນທຶນເມື່ອຄົບກຳນົດ
| ໄລະຍະເວລາ | ກີບ | ໂດລາ | ບາດ |
|---|---|---|---|
| 3 ເດືອນ | - | - | - |
| 6 ເດືອນ | 6.50% | - | - |
| 9 ເດືອນ | 7.50% | - | - |
| 12 ເດືອນ | 9.00% | - | - |
| 24 ເດືອນ | 10.00% | - | - |
| ≥36 ເດືອນ | 10.50% | - | - |
contact_supportອັດຕາດອກເບ້ຍສະແດງເພື່ອຈຸດປະສົງຊີ້ບອກເທົ່ານັ້ນ ແລະ ອາດມີການປ່ຽນແປງໄດ້. ສໍາລັບການບໍລິການ ແລະ ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ຫາສາຂາທີ່ໃກ້ທີ່ສຸດ ຫຼື ສູນປະຊາສຳພັນ ຂອງພວກເຮົາ.


USD
THB
EUR
AUD
VND
CAD
KHR
JPY
GBP




