navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextເງິນຝາກnavigate_nextບັນຊີຝາກສະສົມເພື່ອການສຶກສາ
ບັນຊີຝາກສະສົມເພື່ອການສຶກສາ
ທະນາຄານ ເອຊີລີດາ ລາວ ມີຄວາມຍິນດີນຳສະເໜີບໍລິການບັນຊີເງິນຝາກຮູບແບບໃໝ່ທີ່ມີຊື່ວ່າ: ບັນຊີຝາກສະສົມເພື່ອການສຶກສາ ເຊິ່ງທະນາຄານ ເອຊີລີດາ ລາວ ເຮັດໜ້າທີ່ໃນການດູແລຮັກສາ ແລະ ຈັດການເງິນສົດໃຫ້ກັບບຸກຄົນ ຫຼື ອົງກອນທີ່ນຳມາຝາກເພື່ອຈຸດປະສົງນຳໃຊ້ເຂົ້າໃນຄ່າໃຊ້ຈ່າຍຂອງການສຶກສາເຊັ່ນ: ຄ່າເທີມ ແລະ/ຫຼື ອຸປະກອນການຮຽນ ຂອງເຈົ້າຂອງບັນຊີ, ສະມາຊິກຄອບຄົວ, ຍາດພີ່ນ້ອງ, ພະນັງການຂອງຕົນ ຫຼື ບຸກຄົນທີສາມ
ເຈົ້າຂອງບັນຊີ ຫຼື ບຸກຄົນທີສາມສາມາດຝາກເງິນເຂົ້າບັນຊີໄດ້ເພື່ອນຳໃຊ້ເປັນຄ່າໃຊ້ຈ່າຍເຂົ້າໃນການສຶກສາຂອງຜູ້ຮັບຜົນທຸກຄົນໂດຍອີງຕາມຈຳນວນເງິນຕົວຈິງທີ່ລະບຸໃນໃບບິນ ແລະ ເງື່ອນໄຂທີ່ລະບຸໃນຂໍ້ກຳນົດ ແລະ ເງື່ອນໄຂຂອງບັນຊີຝາກສະສົມເພື່ອການສຶກສາຂອງທະນາຄານ ເອຊີລີດາ
ຜົນປະໂຫຍດ
- ມີຄວາມປອດໄພສຳລັບການດູແລຮັກສາ ແລະ ຈັດການເງິນສຳລັບຄ່າໃຊ້ຈ່າຍໃນການສຶກສາຂອງເຈົ້າຂອງບັນຊີ, ສະມາຊິກຄອບຄົວ, ຍາດພີ່ນ້ອງ ຫຼືບຸກຄົນທີສາມ (ຜູ້ຮັບຜົນ)
- ມີລາຍຮັບເພີ່ມຈາກອັດຕາດອກເບ້ຍ
- ມີຄວາມພ້ອມທາງດ້ານງົບປະມານ ແລະ ຄ່າໃຊ້ຈ່າຍສຳລັບແຜນການສຶກສາຂອງທ່ານເອງ, ຄົນໃນຄອບຄົວ, ຍາດພີ່ນ້ອງ ຫຼື ບຸກຄົນທີສາມ
ຄຸນລັກສະນະພິເສດ
- ເປັນບັນຊີທີ່ໃຊ້ປຶ້ມບັນຊີເງິນຝາກ ຫຼື ບັດຂໍ້ມູນບັນຊີລູກຄ້າ
- ອັດຕາດອກເບ້ຍສູງກວ່າບັນຊີຝາກປະຢັດ
- ຄິດໄລ່ດອກເບ້ຍທຸກວັນ ແລະ ມອບເຂົ້າບັນຊີທຸກໆ 6 ເດືອນ
- ສາມາດປິດບັນຊີໄດ້ໂດຍອີງຕາມການຕົກລົງຂອງທຸກຝ່າຍທີ່ກ່ຽວຂ້ອງ
- ການຝາກເງິນ: ນອກຈາກເຈົ້າຂອງບັນຊີແລ້ວ ຄົນໃນຄອບຄົວ, ຍາດພີ່ນ້ອງ, ອົງກອນ ຫຼື ສະຖາບັນກໍ່ສາມາດຝາກເງິນເຂົ້າບັນຊີໄດ້
- ການຖອນເງິນ: ສາມາດເຮັດໄດ້ຕາມຈຸດປະສົງ ແລະ ເງື່ອນໄຂຂອງບັນຊີ, ແຕ່ໃນກໍລະນີການຖອນເງິນທີ່ບໍ່ກົງກັບຈຸດປະສົງຂອງບັນຊີ ທ່ານຈະຕ້ອງໄດ້ເສຍຄ່າທຳນຽມ
ຍອດເງິນໃນບັນຊີ
ບັນຊີຝາກສະສົມເພື່ອການສຶກສາຕ້ອງມີວົງເງິນເລີ່ມຕົ້ນຝາກ 200.000 ກີບ, ທຸກຄັ້ງທີ່ມີການຖອນເງິນອອກ ທ່ານຕ້ອງຮັກສາຍອດເງິນຕ່ຳສຸດໃນບັນຊີ 100.000 ກີບ
ອັດຕາດອກເບ້ຍ
ອັດຕາດອກເບ້ຍຂອງບັນຊີຝາກສະສົມເພື່ອການສຶກສາແມ່ນ 3,80% ຕໍ່ປີ. ຄິດໄລ່ດອກເບ້ຍທຸກວັນ ແລະ ມອບເຂົ້າບັນຊີທຸກໆ 6 ເດືອນ


USD
THB
EUR
AUD
VND
CAD
KHR
JPY
GBP



