navigate_nextຜະລິດຕະພັນ & ບໍລິການnavigate_nextດີຈິຕອລnavigate_nextເອຊີລີດາໂມບາຍ
ເອຊີລີດາໂມບາຍ
|
ທະນາຄານໃນມືຂອງທ່ານ. ທ່ານສາມາດເຮັດທຸລະກຳທຸກຢ່າງຜ່ານເອຊີລີດາໂມບາຍໄດ້ໂດຍບໍ່ເສຍຄ່າທຳນຽມໃດໆ.
ດາວໂຫຼດເອຊີລີດາໂມບາຍຈາກ:
|
ຜົນປະໂຫຍດ
- ເຮັດທຸລະກຳທາງດ້ານທະນາຄານໄດ້ຢ່າງສະດວກສະບາຍ, ວ່ອງໄວ ແລະ ມີຄວາມປອດໄພສູງ
- ຫຼຸດຄ່າໃຊ້ຈ່າຍ ແລະ ປະຢັດເວລາໂດຍບໍ່ຕ້ອງເຂົ້າມາທະນາຄານ
- ສາມາດກວດຂໍ້ມູນບັນຊີ ແລະ ເຮັດການໂອນເງິນ, ຊຳລະ, ຕື່ມມູນຄ່າໂທ ຫຼື ຊຳລະຄ່າສິນຄ້າ-ບໍລິການຜ່ານຄິວອາໂຄດໂດຍການນຳໃຊ້ໂທລະສັບສ່ວນຕົວໄດ້ທຸກທີ່ ທຸກເວລາ
- ຫຼຸດຜ່ອນຄວາມສ່ຽງຕໍ່ການຖືເງິນສົດເພື່ອມາຊໍາລະເຊັ່ນດຽວກັນກັບຄວາມສ່ຽງຂອງເງິນສົດເກີນ, ເງິນບໍ່ພໍ, ເງິນປອມ, ແລະ ອື່ນໆ
- ສາມາດກວດຂໍ້ມູນຂອງທະນາຄານ ເອຊີລີດາ ເຊັ່ນ: ທີ່ຕັ້ງສຳນັກງານ, ອັດຕາແລກປ່ຽນ, ໂຄສະນາ, ຄຳຖາມ-ຄຳຕອບ, ເຄັດລັບຄວາມປອດໄພ, ການຊ່ວຍເຫຼືອ, ຂ່າວສານ ແລະ ອື່ນໆ.
- ມີໂອກາດໄດ້ນຳໃຊ້ຜະລິດຕະພັນ-ການບໍລິການອື່ນໆຂອງທະນາຄານ
- ໄດ້ຮັບຂໍ້ສະເໜີພິເສດຈາກຄູ່ຮ່ວມທຸລະກິດຂອງພວກເຮົາ
ການບໍລິການ
- ກວດຍອດເງິນ ແລະ ການເຄື່ອນໄຫວຂອງບັນຊີ
- ໂອນເງິນ
- ບັນຊີຕົນເອງ
- ບັນຊີວໍເລັດ
- ບັນຊີທະນາຄນ
- ໂອນໄປບັນຊີວໍເລັດ ຫຼື ເບີໂທລະສັບ
- ໂອນໄປຫາບັນຊີທະນາຄານ
- ໂອນຈາກບັນຊີວໍເລັດຫາບັນຊີທະນາຄານ
- ໂອນຈາກບັນຊີທະນາຄານຫາບັນຊີທະນາຄານ
- ຝາກເງິນ/ຖອນເງິນ
- ຝາກເງິນເຂົ້າບັນຊີວໍເລັດຜ່ານປ່ອງບໍລິການ
- ຖອນເງິນຈາກບັນຊີວໍເລັດ, ບັນຊີທະນາຄານທີ່ຜູກກັບເອຊີລີດາໂມບາຍ ຫຼື ຈາກເບີໂທລະສັບຜ່ານຕູ້ເອທີເອັມໂດຍບໍ່ໃຊ້ບັດ ຫຼື ປ່ອງບໍລິການ
- ການຊຳລະເງິນ
- ແບ່ງຈ່າຍໃບບິນ
- ຊຳລະໃບບິນສາທາລະນຸປະໂພກ (ນ້ຳປະປາ, ໂທລະສັບ, ອິນເຕີເນັດ ແລະ ສິນເຊື່ອ)
- ສະແກນຄິວອາໂຄດເພື່ອຊຳລະ
- ຈ່າຍຜ່ານຄິວອາໂຄດ
- ໂອນເງິນ P2P ດ້ວຍການສະແກນຄິວອາໂຄດ
- ຕື່ມມູນຄ່າໂທ
- ຊຳລະງວດສິນເຊື່ອ
- ສະເໜີຂໍສິນເຊື່ອ
- ກວດອັດຕາແລກປ່ຽນ, ທີ່ຕັ້ງສຳນັກງານ, ຂ່າວສານ, ຄວານຊ່ວຍເຫຼືອ, ເຄັດລັບຄວາມປອດໄພ ແລະ ອື່ນໆ
- ຖອນເງິນດ່ວນ
- ບໍລິການອື່ນໆ
ປະເພດໂທລະສັບ
ໂທລະສັບທຸກປະເພດທີ່ນຳໃຊ້ລະບົບປະຕິບັດການ iOS ແລະ Android ສາມາດເຊື່ອມຕໍ່ກັບບໍລິການເອຊີລີດາໂມບາຍໄດ້. ສຳລັບບຸກຄົນທີ່ຮັບເງິນໂອນຜ່ານເອຊີລີດາໂມບາຍສາມາດນຳໃຊ້ໂທລະສັບປະເພດໃດກໍ່ໄດ້.
ສະກຸນເງິນ
- ບໍລິການເອຊີລີດາໂມບາຍສາມາດນຳໃຊ້ໄດ້ກັບສະກຸນເງິນກີບເທົ່ານັ້ນ
- ຖ້າມີການເຮັດທຸລະກໍາໃດໆທີ່ເປັນສະກຸນເງິນອື່ນນອກຈາກສະກຸນເງິນຂອງບັນຊີ, ເງິນສະກຸນເງິນນັ້ນຈະຖືກປ່ຽນເປັນສະກຸນເງິນຂອງບັນຊີໂດຍອັດຕະໂນມັດຕາມອັດຕາແລກປ່ຽນຂອງທະນາຄານ ເອຊີລີດາ ລາວ ຈໍາກັດ
ເງື່ອນໄຂການລົງທະບຽນນຳໃຊ້ ເອຊີລີດາໂມບາຍ
- ມີອາຍຸ 15 ປີຂຶ້ນໄປ
- ມີໂທລະສັບມືຖືທີ່ໃຊ້ລະບົບ IOS ຫລື Android, Huawei ແລະ ເບີໂທລະສັບ
- ຕ້ອງເຫັນດີ ແລະ ຮັບຜິດຊອບຕາມຂໍ້ກຳນົດ ແລະ ເງື່ອນໄຂຂອງ ເອຊີລີດາ ໂມບາຍ ທັງໝົດ
- ມີເອກະສານປະຈໍາຕົວເຊັ່ນ:
- ບຸກຄົນທີ່ຖືສັນຊາດລາວ
- ບັດປະຈຳຕົວ ທີ່ຍັງມີອາຍຸການນຳໃຊ້ ຫຼື;
- ໜັງສືຜ່ານແດນ (Passport) ທີ່ຍັງມີອາຍຸການນຳໃຊ້ຢ່າງໜ້ອຍ 03 ເດືອນ ນັບຈາກມື້ຮັບເອກະສານຫຼື;
- ສຳມະໂນຄົວ (ມີຮູບຕິດ ແລະ ຕາປະທັບຈາກ ປກສ ຖ້າບໍ່ມີຮູບຕິດ ແລະ ຕາປະທັບຈາກ ປກສ ແມ່ນຕ້ອງເຮັດໃບຢັ້ງຢືນທີ່ຢູ່ເຊັນຈາກອຳນາດການປົກຄອງບ້ານມາຄັດຕິດເພີ່ມ);
- ສຳລັບນັກບວດແມ່ຂາວ: ໜັງສືສຸດທິ ຫືຼື ບັດປະຈຳຕົວ ທີ່ຍັງມີອາຍຸການນຳໃຊ້ ຫຼື ສຳມະໂນຄົວສົງ ທີ່ມີຮູບຕິດ ຫຼື ໜັງສືຜ່ານແດນ ທີ່ຍັງມີອາຍຸການນຳໃຊ້ຢ່າງໜ້ອຍ 03 ເດືອນ ນັບຈາກມື້ຮັບເອກະສານ;
- ໜັງສື ຫຼື ເອກະສານທີ່ມີລາຍໂປ້ມື ຫຼື ລາຍເຊັນ ຂອງຜູ້ມອບອຳນາດ ແລະ ຜູ້ທີ່ຖືກມອບໝາຍໃຫ້ມາເຮັດທຸລະກຳ ຫຼື ສ້າງສາຍພົວພັນທຸລະກິດແທນ;
- ບຸກຄົນທີ່ຖືສັນຊາດຕ່າງປະເທດ ຫຼື ຄົນຕ່າງດ້າວ
- ໜັງສືຜ່ານແດນທີ່ລັດຖະບານເຈົ້າຂອງສັນຊາດອອກໃຫ້ທີ່ຍັງມີອາຍຸການນຳໃຊ້ຢ່າງໜ້ອຍ 03 ເດືອນ ແລະ ຄັດຕິດມາພ້ອມເອກະສານດັ່ງລຸ່ມນີ້:
- ບັດປະຈຳຕົວຄົນຕ່າງດ້າວ ທີ່ມີອາຍຸການນຳໃຊ້ (ກໍລະນີບຸກຄົນທີ່ມາຕັ້ງຖິ່ນຖານໃນ ສປປ ລາວ ຍາວນານ) ຫຼື;
- ສຳມະໂນຄົວຕ່າງດ້າວ (ຖ້າບໍ່ມີຮູບຕິດ ແລະ ຕາປະທັບຈາກ ປກສ ແມ່ນຕ້ອງເຮັດໃບຢັ້ງຢືນທີ່ຢູ່ເຊັນຈາກອຳນາດການປົກຄອງບ້ານມາຄັດຕິດເພີ່ມ) ກໍລະນີບຸກຄົນທີ່ມາຕັ້ງຖິ່ນຖານໃນ ສປປ ລາວ ຍາວນານ ຫຼື;
- ບັດອະນຸຍາດພັກເຊົາ (Stay Permit) ທີ່ອອກໂດຍກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ຫຼື;
- ບັດອະນຸຍາດເຮັດວຽກ (Work permit) ທີ່ອອກໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫຼື;
- ບັດນັກການທູດ ອອກໂດຍກະຊວງການຕ່າງປະເທດ;
- ໜັງສືສຸດທິ (ສຳລັບພະສົງ).
- ໜັງສື ຫຼື ເອກະສານທີ່ມີລາຍໂປ້ມື ຫຼື ລາຍເຊັນພ້ອມທັງຂຽນຊື່ຂອງຜູ້ມອບອຳນາດ ແລະ ຜູ້ທີ່ຖືກມອບໝາຍໃຫ້ມາເຮັດທຸລະກຳ ຫຼື ສ້າງສາຍພົວພັນທຸລະກິດແທນ;
ການລົງທະບຽນນຳໃຊ້ເອຊີລີດາໂມບາຍ
- ການລົງທະບຽນດ້ວຍຕົນເອງ
- ທ່ານສາມາດລົງທະບຽນນຳໃຊ້ເອຊີລີດາໂມບາຍດ້ວຍຕົວເອງໂດຍການດາວໂຫຼດ ແລະ ຕິດຕັ້ງຈາກ App Store (iOS) ຫຼື Play Store (Andriod) ຫຼື AppGallery (Huawei)
- ຫຼັງຈາກຕິດຕັ້ງແລ້ວ ເປີດແອັບພລິກເຄຊັ່ນຂຶ້ນມາແລ້ວກົດທີ່ປຸ່ມ "ລົງທະບຽນ"
- ຕື່ມຂໍ້ມູນແຕ່ລະຂັ້ນຕອນໃຫ້ຖືກຕ້ອງ ແລະ ຊັດເຈນເຊັ່ນ: ເບີໂທລະສັບ, ຊື່, ເພດ, ວັນເດືອນປີເກີດ, ປະເພດເອກະສານຢັ້ງຢືນຕົວຕົນ, ທີ່ຢູ່ປັດຈຸບັນ ແລະ ຖ່າຍຮູບຂອງທ່ານ
- ເຂົ້າມາທະນາຄານພ້ອມທັງຖືເອກະສານຂອງທ່ານມາພ້ອມເພື່ອຂໍອະນຸມັດການລົງທະບຽນ
- ການລົງທະບຽນທີ່ທະນາຄານ
- ທ່ານສາມາດເຂົ້າມາລົງທະບຽນທີ່ທະນາຄານໄດ້ ຖ້າຫາກທ່ານບໍ່ສາມາດດາວໂຫຼດ ແລະ ຕິດຕັ້ງແອັບເອຊີລີດາໂມບາຍ
- ນຳເອົາໂທລະສັບສະມາດໂຟນທີ່ໃຊ້ Android ຫຼື iOS ແລະ ເບີໂທລະສັບມາພ້ອມ
- ສະໜອງເອກະສານຢັ້ງຢືນຕົວຕົນເຊັ່ນ: ບັດປະຈຳຕົວ, ສຳມະໂນຄົວ, ໜັງສືຜ່ານແດນ (ທີ່ມີອາຍຸການນຳໃຊ້ຢ່າງໜ້ອຍ 3 ເດືອນ) ຫຼື ບັດພະສົງທີ່ມີຮູບຖ່າຍ
- ການລົງທະບຽນຄູ່ຄ້າຂອງເອຊີລີດາໂມບາຍ ເພື່ອເກັບຄ່າທຳນຽມສິນຄ້າ ແລະ ການບໍລິການຜ່ານ ຄິວອາໂຄດ
- ກະລຸນາເຂົ້າມາທີ່ສຳນັກງານທະນາຄານໄດ້ທຸກສາຂາ
- ຕື່ມແບບຟອມຂໍລົງທະບຽນຄູ່ຄ້າເອຊີລີດາໂມບາຍ
- ສະໜອງບັດປະຈຳຕົວ ຫຼື ເອກະສານຢັ້ງຢືນຕົວຕົນປະເພດອື່ນໆຄັດຕິດມາພ້ອມກັບຮູບຂອງຄູ່ຄ້າ
- ມີທີ່ຢູ່ທີ່ຊັດເຈນຢູ່ໃນພື້ນທີ່ດໍາເນີນງານຂອງທະນາຄານ ເອຊີລີດາ ລາວ.
ການຝາກ-ຖອນເງິນຈາກບັນຊີວໍເລັດ
- ການຝາກເງິນທີ່ປ່ອງບໍລິການ
ກະລຸນານຳເອົາໂທລະສັບສະມາດໂຟນ ແລະ ເບີໂທລະສັບຂອງທ່ານທີ່ຜູກກັບເອຊີລີດາໂມບາຍໄປທະນາຄານເພື່ອຝາກເງິນເຂົ້າບັນຊີວໍເລັດ. ທ່ານຈະໄດ້ຮັບ SMS, ເຊິ່ງຢືນຢັນຈໍານວນເງິນຝາກໃນໂທລະສັບຂອງທ່ານ. - ການຖອນເງິນທີ່ປ່ອງບໍລິການ
ທ່ານສາມາດຖອນເງິນຈາກບັນຊີວໍເລັດ ຫຼື ຖອນເງິນໂອນເຂົ້າເບີໂທລະສັບໄດ້ຢູ່ທຸກສຳນັກງານທະນາຄານ. ກະລຸນາໃຫ້ຂໍ້ມູນດັ່ງນີ້: - ເບີໂທລະສັບ ຫຼື ເລກບັນຊີວໍເລັດ
- ຈຳນວນເງິນຕ້ອງການຖອນ
- Gold Code ຫຼື ລະຫັດເອຊີລີດາໂມບາຍ (Gold Code ແມ່ນນຳໃຊ້ຖອນເງິນທີ່ໂອນເຂົ້າເບີໂທລະສັບ, ສ່ວນລະຫັດແມ່ນໃຊ້ຖອນເງິນຈາກບັນຊີວໍເລັດ)
- ເລກ OTP ຈະຖືກສົ່ງໄປຫາເບີໂທລະສັບຂອງທ່ານຜ່ານທາງຂໍ້ຄວາມເພື່ອຢັ້ງຢືນທຸລະກຳ
ເງື່ອນໄຂການປ້ອງກັນ ແລະ ຮັກສາຄວາມປອດໄພ
- ຫ້າມບັນທຶກລະຫັດໃສ່ວັດຖຸໃດໜຶ່ງ ແຕ່ຈື່ໄວ້ເພື່ອສະດວກໃນການນຳໃຊ້
- ຫ້າມບອກລະຫັດໃຫ້ຄົນອື່ນຮູ້ ຫຼື ເຫັນລະຫັດໃນຂະນະນຳໃຊ້, ຕ້ອງໝັ້ນໃຈວ່າບໍ່ມີບຸກຄົນອື່ນເບິ່ງເຫັນໃນຂະນະທີ່ກຳລັງພິມລະຫັດ
- ຫ້າມດາວໂຫຼດແອັບ ຫຼື ໂປຣແກລມຈາກແຫຼ່ງທີ່ບໍ່ຮູ້ຈັກ
- ກວດເບິ່ງໂທລະສັບມືຖືເປັນປະຈຳ. ຖ້າພົບເຫັນແອັບພລິກເຄຊັນທີ່ບໍ່ຮູ້ຈັກໃຫ້ປິດທັນທີ ແລະ ລຶບມັນອອກເພື່ອຫຼີກເວັ້ນໄວຣັສ ຫຼື ແຮັກເກີ, ແລະ/ຫຼື ເອົາໄປທີ່ສູນບໍລິການໂທລະສັບເພື່ອກວດສອບ
- ຫ້າມວາງໂທລະສັບມືຖືໃນບ່ອນທີ່ບໍ່ປອດໄພ ແລະ ບໍ່ລັອກເຄື່ອງ
- ອອກຈາກເອຊີລີດາໂມບາຍທຸກຄັ້ງເມື່ອເຮັດທຸລະກຳສຳເລັດແລ້ວ
- ປ່ຽນລະຫັດໃໝ່ເລື້ອຍໆ
- ລະຫັດເອຊີລີດາໂມບາຍຈະຖືກລັອກທັນທີເມື່ອທ່ານໃສ່ລະຫັດບໍ່ຖືກ 03 ຄັ້ງ
- ໃນກໍລະນີດັ່ງກ່າວ ທ່ານຕ້ອງໄດ້ປົດລັອກລະຫັດຢູ່ທີ່ເມນູ "ການຕັ້ງຄ່າ"
- ເລຶອກ "ລືມລະຫັດ"
- ຕື່ມຂໍ້ມູນໃຫ້ຖືກຕ້ອງ
- ຈາກນັ້ນທ່ານຈະໄດ້ຮັບລະຫັດໃໝ່
- ທ່ານຕ້ອງຮັກສາໂທລະສັບທີ່ລົງທະບຽນໄວ້ບ່ອນປອດໄພ. ຖ້າໂທລະສັບນັ້ນເສຍຫາຍ, ເປ່ເພ ກະລຸນາແຈ້ງທະນາຄານເພື່ອລະງັບບັນຊີ ຫຼື ດຳເນີນການທາງດ້ານເຕັກນິກເພື່ອປ້ອງກັນການສໍ້ໂກງທຸລະກຳ.
- ກະລຸນາລຶບແອັບເອຊີລີດາໂມບາຍອອກຈາກໂທລະສັບຖ້າຫາກທ່ານຂາຍ ຫຼື ມອບໂທລະສັບຂອງທ່ານໃຫ້ຜູ້ອື່ນ
contact_supportໝາຍເຫດ: ກະລຸນາຕິດຕໍ່ສາຂາທີ່ໃກ້ທີ່ສຸດ ຫຼື ສູນປະຊາສຳພັນ ຂອງພວກເຮົາ.ສໍາລັບຄວາມຕ້ອງການການບໍລິການ ແລະ ຂໍ້ມູນເພີ່ມເຕີມ


USD
THB
EUR
AUD
VND
CAD
KHR
JPY
GBP




