navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextເງິນຝາກnavigate_nextບັນຊີບຳນານ
ບັນຊີບຳນານ
ເພື່ອສະໜັບສະໜູນການພັດທະນາເສດຖະກິດຂອງປະເທດ ແລະ ຫຼຸດຄວາມສ່ຽງໃນການຮັກສາເງິນສົດດ້ວຍຕົນເອງ, ທະນາຄານ ເອຊີລີດາ ລາວ ໄດ້ສ້າງບໍລິການເງິນຝາກຂຶ້ນເຊິ່ງເອີ້ນວ່າ: ບັນຊີບຳນານ, ເຊິ່ງທະນາຄານເຮັດໜ້າທີ່ໃນການຮັກສາ, ຄຸ້ມຄອງ ແລະ ຈັດການເງິນສົດທີ່ທ່ານ ຫຼື ບຸກຄົນທີສາມໄດ້ຝາກເງິນເຂົ້າໃນບັນຊີນີ້ກັບທະນາຄານເພື່ອຈຸດປະສົງໃນການໃຊ້ຈ່າຍສ່ວນຕົວ ຫຼື ໃນຄອບຄົວຫຼັງກະສຽນ.
ຜົນປະໂຫຍດ
- ມີຄວາມປອດໄພໃນການຮັກສາຄຸ້ມຄອງ ແລະ ຈັດການເງິນສົດເພື່ອປະໂຫຍດສ່ວນຕົວຫຼັງກະສຽນ
- ໄດ້ຮັບອັດຕາດອກເບ້ຍສູງກວ່າບັນຊີຝາກປະຢັດທຳມະດາ
- ຍົກລະດັບມາດຕະຖານຊີວິດການເປັນຢູ່ຫຼັງກະສຽນ
- ມີໂອກາດໄດ້ນຳໃຊ້ຜະລິດຕະພັນ-ບໍລິການອື່ນໆຂອງທະນາຄານ
ຄຸນລັກສະນະພິເສດ
- ເປັນບັນຊີທີ່ໃຊ້ປຶ້ມບັນຊີເງິນຝາກ ຫຼື ບັດຂໍ້ມູນບັນຊີລູກຄ້າ
- ອັດຕາດອກເບ້ຍສູງກວ່າບັນຊີຝາກປະຢັດ, ຄິດໄລ່ດອກເບ້ຍທຸກວັນ ແລະ ມອບເຂົ້າບັນຊີທຸກໆທ້າຍປີ
- ຈຳນວນເງິນຝາກຂຶ້ນກັບການຕົກລົງລະຫວ່າງທະນາຄານ ເອຊີລີດາ ລາວ ແລະ ລູກຄ້າ
- ສາມາດຖອນເງິນໄດ້ຕາມຄວາມຕ້ອງການເມື່ອອາຍຸຮອດກະສຽນບຳນານ ໂດຍອີງຕາມກົດໝາຍແຮງງານຂອງ ສປປ ລາວ
- ສາມາດຖອນເງິນໄດ້ກ່ອນອາຍຸຮອດກະສຽນບຳນານ ໂດຍມີຄ່າທຳນຽມ
ສະກຸນເງິນ
ທະນາຄານ ເອຊີລີດາ ລາວ ໃຫ້ບໍລິການບັນຊີບຳນານສະກຸນເງິນກີບ
ຍອດເງິນໃນບັນຊີ
ວົງເງິນເລີ່ມຕົ້ນຝາກ 200.000 ກີບ
ອັດຕາດອກເບ້ຍ
ອັດຕາດອກເບ້ຍຂອງບັນຊີບຳນານແມ່ນ 5,70% ຕໍ່ປີ
contact_supportສຳລັບລາຍລະອຽດ ກະລຸນາຕິດຕໍ່ພະນັກງານບໍລິການໄດ້ທຸກສາຂາຂອງທະນາຄານ ເອຊີລີດາ ລາວ


USD
THB
EUR
AUD
VND
CAD
KHR
JPY
GBP



