navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextເງິນຝາກnavigate_nextບັນຊີພະສົງ ແລະ ກອງທຶນວັດ
ບັນຊີພະສົງ ແລະ ກອງທຶນວັດ
ບັນຊີພະສົງ ແລະ ກອງທຶນວັດເປັນບໍລິການເງິນຝາກອີກປະເພດໜຶ່ງຂອງພວກເຮົາ ເຊິ່ງພະສົງ, ວັດ ຫຼື ສະມາຄົມພຸດທະສາສະໜາສາມດເປີດບັນຊີສຳລັບການບໍລິຫານຈັດການເງິນສົດ ຫຼື ກອງທຶນຂອງວັດ ແລະ ອື່ນໆ
ຜົນປະໂຫຍດ
- ເກັບຮັກສາເງິນສົດ ຫຼື ກອງທຶນວັດໄວ້ໃນບ່ອນທີ່ປອດໄພ ແລະ ສະດວກສະບາຍ, ສາມາດຖອນເງິນໄດ້ຕາມຄວາມຕ້ອງການທຸກເວລາ
- ມີການຈັດການເງິນສົດດ້ວຍຄວາມໂປ່ງໃສ ແລະ ປອດໄພທີ່ທະນາຄານ ເອຊີລີດາ ລາວ ຈຳກັດ ແລະ ການຈ່າຍເງິນສົດໃຫ້ພາກສ່ວນອື່ນໆ
- ຮັບເງິນໂມທະນາ ຫຼື ກອງທຶນອື່ນໆຈາກຊາວພຸດ ແລະ ປະຊາຊົນທົ່ວໄປດ້ວຍການໂອນເຂົ້າບັນຊີຜ່ານເອຊີລີດາໂມບາຍ ແລະ ທະນາຄານ ເອຊີລີດາ ໄດ້ທຸກທີ່ ທຸກເວລາ ທົ່ວປະເທດ
- ມີລາຍຮັບຈາກອັດຕາດອກເບ້ຍ
- ປ້ອງກັນຄວາມສ່ຽງ
- ສ້າງຄວາມເຊື່ອໝັ້ນໃຫ້ກັບຊາວພຸດ
ຄຸນລັກສະນະ
- ບັນຊີພະສົງ ແລະ ກອງທຶນວັດແມ່ນປະເພດບັນຊີກະແສລາຍວັນ, ບັນຊີຝາກປະຢັດ ຫຼື ບັນຊີຝາກມີກຳນົດ ຂຶ້ນກັບຄວາມຕ້ອງການ
- ບໍ່ມີວົງເງິນຝາກເລີ່ມຕົ້ນ ແລະ ຍອດເງິນຕ່ຳສຸດໃນບັນຊີ
- ສາມາດເປີດບັນຊີສະກຸນເງິນກີບ, ໂດລາ ຫຼື ບາດ
ເອກະສານນຳໃຊ້ເປີດບັນຊີ
ບັນຊີສ່ວນບຸກຄົນ
- ຄົນລາວ
- ບັດພະສົງທີີ່ມີຮູບຖ່າຍ
- ທີ່ຢູ່
- ເບີໂທລະສັບ ແລະ/ຫຼື ອີເມວ
- ຄົນຕ່າງປະເທດ
- ບັດພະສົງທີີ່ມີຮູບຖ່າຍ ແລະ ໜັງສືຜ່ານແດນທີ່ມີອາຍຸການນຳໃຊ້ 3 ເດືອນ ນັບຈາກມື້ຮັບເອກະສານ
- ໃບຢັ້ງຢືນທີ່ຢູ່ທີ່ອອກໂດຍເຈົ້າໜ້າທີ່ ຫຼື ເຈົ້າອາວາດ
- ເບີໂທລະສັບ ແລະ/ຫຼື ອີເມວ
ບັນຊີຮ່ວມ
- ຄົນລາວ: ສະມາຊິກບັນຊີແຕ່ລະຄົນຕ້ອງສະໜອງເອກະສານດັ່ງທີ່ລະບຸໃນ ຂໍ້ 1 ຂ້າງເທິງ ແລະ/ຫຼື ເອກະສານຢັ້ງຢືນຕົວຕົນຂອງຍາດໂຍມທີ່ເປັນສະມາຊິກບັນຊີ
- ຄົນຕ່າງປະເທດ: ສະມາຊິກບັນຊີແຕ່ລະຄົນຕ້ອງສະໜອງເອກະສານດັ່ງທີ່ລະບຸໃນ ຂໍ້ 2 ຂ້າງເທິງ ແລະ/ຫຼື ໜັງສືຜ່ານແດນຂອງຍາດໂຍມທີ່ເປັນສະມາຊິກບັນຊີ
- ຄົນລາວ ແລະ ຕ່າງປະເທດ:
- ຄົນລາວ: ສະມາຊິກບັນຊີແຕ່ລະຄົນຕ້ອງສະໜອງເອກະສານດັ່ງທີ່ລະບຸໃນ ຂໍ້ 1 ຂ້າງເທິງ ແລະ/ຫຼື ເອກະສານຢັ້ງຢືນຕົວຕົນຂອງຍາດໂຍມທີ່ເປັນສະມາຊິກບັນຊີ
- ຄົນຕ່າງປະເທດ: ສະມາຊິກບັນຊີແຕ່ລະຄົນຕ້ອງສະໜອງເອກະສານດັ່ງທີ່ລະບຸໃນ ຂໍ້ 2 ຂ້າງເທິງ ແລະ/ຫຼື ໜັງສືຜ່ານແດນຂອງຍາດໂຍມທີ່ເປັນສະມາຊິກບັນຊີ ແລະ ບໍ່ຈຳເປັນສະໜອງເອກະສານຢັ້ງຢືນຈາກເຈົ້າອາວາດ ຫຼື ເຈົ້າໜ້າທີ່ທ້ອງຖິ່ນ
ບັນຊີກອງທຶນວັດ
- ເອກະສານຢັ້ງຢືນຕົວຕົນຂອງສະມາຊິກບັນຊີເຊັ່ນ: ບັດພະສົງ ແລະ/ຫຼື ບັດປະຈຳຕົວ ຫຼື ໜັງສືຜ່ານແດນຂອງສະມາຊິກກຳມະການວັດ ຫຼື ທີມງານສະມາຄົມພຸດທະສາສະໜາ
- ຂໍ້ຕົກລົງແຕ່ງຕັ້ງເຈົ້າອາວາດ ຫຼື ຫົວໜ້າສະມາຄົມພຸດທະສາສະໜາ
- ໂຄງສ້າງການຄຸ້ມຄອງທີ່ປະກອບມີສະມາຊິກຄະນະກຳມະການວັດ ຫຼື ທີມງານສະມາຄົມພຸດທະສາສະໜາ
- ກົດລະບຽບຂອງສະມາຄົມພຸດສາສະໜາ ຫຼື ວັດ
- ໜັງສືອະນຸຍາດ ຫຼື ຂໍ້ຕົກລົງຈາກກົມກອງທີ່ກ່ຽວຂ້ອງ/ແນວລາວສ້າງຊາດເຊັ່ນ: ເອກະສານສ້າງຕັ້ງວັດ, ໜັງສືແຕ່ງຕັ້ງຊື່ວັດ ຫຼື ເອກະສານຢັ້ງຢືນຂອງສະມາຄົມ ແລະ ອື່ນໆ
- ຂໍ້ຕົກລົງການຕັດສິນໃຈຂອງເຈົ້າອາວາດ, ປະທານຄະນະກຳມະການພຸດທະສາສະໜາ ຫຼື ປະທານອົງການພຸດທະສາສະໜາ ກ່ຽວກັບການເປີດບັນຊີ.
- ໜັງສືມອບສິດເປັນຕົວແທນໃຫ້ແກ່ວັດ ຫຼື ສະມາຄົມພຸດທະສາສະໜາ ຫຼື ເອກະສານອື່ນທີ່ກ່ຽວຂ້ອງ.
- ເອກະສານທັງໝົົດຂ້າງເທິງແມ່ນຈຳເປັນຕ້ອງໄດ້ສະໜອງໃຫ້ເປັນພາສາລາວ ຫຼື ພາສາອັງກິດ ຫຼື ແປເປັນພາສາລາວ ຫຼື ພາສາອັງກິດຢ່າງເປັນທາງການ.
contact_supportສໍາລັບການບໍລິການ ແລະ ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ຫາສາຂາທີ່ໃກ້ທີ່ສຸດ ຫຼື ສູນປະຊາສຳພັນ ຂອງພວກເຮົາ.


USD
THB
EUR
AUD
VND
CAD
KHR
JPY
GBP



