www.acledabank.com.la

navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextກອງທຶນການຄ້າ

ກອງທຶນການຄ້າ

ຄວາມສໍາເລັດທາງທຸລະກິດຂອງທ່ານຂຶ້ນຢູ່ກັບຫຼາຍປັດໃຈ. ສິ່ງທີ່ສໍາຄັນແມ່ນການຮ່ວມມືກັບທະນາຄານທີ່ທ່ານສາມາດໄວ້ວາງໃຈໄດ້ຕະຫຼອດເວລາ. ທະນາຄານ ເອຊີລີດາ ລາວ ຈໍາກັດ ທຸກສາຂາ ສາມາດໃຫ້ຄວາມຊ່ວຍເຫຼືອທຸລະກິດຂອງທ່ານ ດ້ວຍລະບົບເຕັກໂນໂລຊີຂໍ້ມູນຂ່າວສານລະດັບໂລກ.

ເປົ້າໝາຍຂອງພວກເຮົາຄືການສະຫນັບສະໜູນດ້ານການເງິນທຸກຮູບແບບໃຫ້ແກ່ທ່ານດ້ວຍການປັບໃຫ້ແທດເໝາະກັບຄວາມຕ້ອງການຂອງບໍລິສັດຂອງທ່ານ.

ໃນປັດຈຸບັນ ພວກເຮົາໃຫ້ບໍລິການກອງທຶນການຄ້າດັ່ງນີ້:

Documentary Collection

  • Import Documentary Collection
    ແມ່ນເອກະສານທີ່ທະນາຄານ ເອຊີລີດາ ໃນນາມຂອງຜູ້ຊື້ໄດ້ຮັບໃບຮຽກເກັບເງິນນໍາເຂົ້າຈາກທະນາຄານໃນນາມຂອງຜູ້ຂາຍ, ເຊັ່ນ: ໃບບິນ, ໃບເກັບເງິນ, ໃບແຈ້ງຂົນສົ່ງສິນຄ້າ ແລະ ອື່ນໆ. ໂດຍຂໍໃຫ້ທະນາຄານ ເອຊີລີດາ ສະແດງ​ເອກະສານ​ຕໍ່ຜູ້​ຊື້​ເພື່ອ​ຮັບ​ປະ​ກັນ​ວ່າ​ເອ​ກະ​ສານ​ເຫຼົ່າ​ນີ້​ແມ່ນ​ສອດ​ຄ່ອງ​ກັບ​ຂໍ້​ກໍາ​ນົດ​ທີ່​ຈະ​ຈ່າຍ​ເງິນ​ໃນ​ທັນ​ທີ ​ຫຼື​ ຍອມ​ຮັບ​ການ​ຊໍາ​ລະ​ເງິນພາຍ​ຫຼັງ​.
  • Export Documentary Collection
    ຜູ້ຂາຍໄດ້ຮັບເອກະສານການຂົນສົ່ງເຊັ່ນ: ໃບນຳສົ່ງສິນຄ້າ, ໃບຮັບຮອງປະກັນໄພ, ໃບກັຳກັບສິນຄ້າ, ໃບຮັບຮອງການກວດສອບ ແລະ ອື່ນໆ ເພື່ອຂໍໃຫ້ທະນາຄານ ເອຊີລີດາ ສົ່ງຕໍເອກະສານເຫຼົ່ານີ້ໄປຍັງທະນາຄານຂອງຜູ້ຊື້.

ໜັງສືສິນເຊື່ອ

Documentary Credit ແມ່ນສັນຍາທີ່ອອກໂດຍທະນາຄານ ເອຊີລີດາ ລາວ ຈຳກັດ ອີງຕາມການສະເໜີຂໍຂອງຜູ້ນຳເຂົ້າ (ຜູ້ຊື້) ເພື່ອຮັບປະກັນການຊຳລະຄ່າສິນຄ້າໃຫ້ຜູ້ສົ່ງອອກ(ຜູ້ຂາຍ)ຢ່າງຖືກຕ້ອງ ຖ້າຫາກຜູ້ສົ່ງອອກປະຕິບັດຕາມເງື່ອນໄຂສັນຍາທີ່ລະບຸໃນ Documentary Credit ແລະ ການຮັບຮອງນີ້ແມ່ນຈະເຮັດຜ່ານທະນາຄານຂອງຜູ້ຊື້ ຫຼື ຜູ້ຂາຍ.

  • ໜັງສືສິນເຊື່ອ (ນຳເຂົ້າ)
    ໜັງສືສິນເຊື່ອ (ນຳເຂົ້າ) ແມ່ນການບໍລິການປະເພດໜຶ່ງທີ່ທະນາຄານ ເອຊີລີດາ ລາວ ຈຳກັດ ອອກເອກະສານໃນນາມຂອງຜູ້ຊື້ເພື່ອຮັບປະກັນໃນການຊຳລະຢ່າງຖືກຕ້ອງໃຫ້ແກ່ຜູ້ຂາຍຖ້າຫາກຜູ້ຂາຍປະຕິບັດຕາມສັນຍາທີ່ລະບຸໃນໜັງສືສິນເຊື່ອ.
  • ໜັງສືສິນເຊື່ອ (ສົ່ງອອກ)
    ໜັງສືສິນເຊື່ອ (ສົ່ງອອກ) ເປັນ​ການ​ບໍ​ລິ​ການ​ທີ່​ທະ​ນາ​ຄານ ​ເອ​ຊີ​ລີ​ດາ​ເຮັດ​ໜ້າ​ທີ່​ແຈ້ງ ຫຼື ຢືນຢັນ ເພື່ອ​ຄ້ຳ​ປະ​ກັນ​ການ​ຊໍາ​ລະ​ຄ່າສິນ​ຄ້າ ຫຼື ການ​ບໍ​ລິ​ການ​ອື່ນໆ​ໃຫ້​ຜູ້​ຂາຍ​ຕາມ​ໜັງສືສິນເຊື່ອທີ່​ທະ​ນາ​ຄານ​ຜູ້​ຊື້​ອອກ. ໃນ​ນັ້ນ ທະ​ນາ​ຄານ​ເອ​ຊີ​ລີ​ດາ ມີ​ບົດ​ບາດ​ໃນ​ການ​ຕິດ​ຕາມ​ກວດ​ກາ​ຄວາມ​ຖືກ​ຕ້ອງ​ຂອງໜັງສື​ສິນ​ເຊື່ອ ໂດຍ​ທຽບ​ໃສ່​ສັນ​ຍາ​ການ​ຊື້-ຂາຍ​ສິນ​ຄ້າ.

ໜັງສືຄ້ຳປະກັນ

ທ່ານຈຳເປັນຕ້ອງມີໜັງສືຄຳ້ປະກັນຈາກທະນາຄານໃນການດຳເນີນທຸລະກຳທາງທຸລະກິດຂະໜາດໃຫຍ່ ຫຼື ດຳເນີນໂຄງການທີ່ມີມູນຄ່າສູງ. ໂດຍອີງຕາມວັດຖຸປະສົງ ແລະ ຄວາມຕ້ອງການທີ່ແຕກຕ່າງກັນ, ທະນາຄານ ເອຊີລີດາ ລາວ ຈຳກັດ ມີບໍລິການໜັງສືຄ້ຳປະກັນຫຼາກຫຼາຍປະເພດ ເຊິ່ງທ່ານສາມາດນຳໃຊ້ຕາມຄວາມຕ້ອງການ.

  • ການຄຳ້ປະກັນການຂົນສົ່ງ
    ການຄໍ້າປະກັນການຂົນສົ່ງ: ແມ່ນໜັງສືປະເພດໜຶ່ງທີ່ອອກໃຫ້ໂດຍທະນາຄານ ເອຊີລີດາ ໃນນາມຜູ້ນໍາເຂົ້າ (ຜູ້ຊື້) ເພື່ອຄຳ້ປະກັນກັບບໍລິສັດຂົນສົ່ງສຳລັບຄວາມເສຍຫາຍ, ຄວາມສ່ຽງຕ່າງໆໃນການປ່ອຍສິນຄ້າອອກໃຫ້ຜູ້ນຳເຂົາໂດຍບໍ່ມີເອກະສານ. ຄວາມຕ້ອງການເອກະສານນີ້ຈະເກີດຂຶ້ນເມື່ອສິນຄ້າມາຮອດຈຸດຫມາຍປາຍທາງກ່ອນທີ່ເອກະສານສິນຄ້າຕົ້ນສະບັບຈະມາຮອດ.
  • ໜັງສືຄ້ຳປະກັນການມັດຈຳເງິນ
    ໜັງສືຄ້ຳປະກັນການມັດຈຳເງິນແມ່ນໜັງສືທີ່ອອກໂດຍທະນາຄານ ເອຊີລີດາ ລາວ ຈຳກັດ ເພື່ອຊຳລະເງິນໃຫ້ກັບຜູ້ຮັບຜົນປະໂຫຍດຕາມສັນຍາ, ຜູ້ຮັບຜົນປະໂຫຍດສາມາດຂໍຊຳລະເງິນຈາກທະນາຄານໄດ້ໃນກໍລະນີທີ່ ຜູ້ສະເໜີຂໍບໍ່ສາມາດ ຫຼື ບໍ່ປະຕິບັດຕາມສັນຍາ/ຂໍ້ຕົກລົງທີ່ລະບຸໄວ້
  • ໜັງສືຄ້ຳປະກັນການປະມູນ
    ໜັງສືຄ້ຳປະກັນການປະມູນແມ່ນເອກະສານທີ່ອອກໃຫ້ລູກຄ້າຂອງທະນາຄານ ເອຊີລີດາ ເພື່ອປະຕິບັດຕາມເງື່ອນໄຂການປະມູນ ແລະ ຮັບປະກັນການຮຽກຮ້ອງໃດໆຈາກບຸກຄົນທີສາມ.
  • ໜັງສືຄ້ຳປະກັນການຊຳລະເງິນ
    ໜັງສືຄຳ້ປະກັນການຊຳລະເງິນແມ່ນໜັງສືທີ່ອອກໃຫ້ລູກຄ້າຂອງ ທະນາຄານ ເອຊີລີດາ ເພື່ອຮັບປະກັນການຊຳລະເງິນຄືນໃຫ້ກັບບຸກຄົນທີສາມ
  • ໜັງສືຄ້ຳປະກັນການຊຳລະເງິນລ່ວງໜ້າ
    ໜັງສື​ຄ້ຳປະກັນ​ການຊຳລະເງິນລ່ວງ​ໜ້າແມ່ນໜັງສື​ຄ້ຳປະກັນ​ທີ່​ທະນາຄານ​ອອກ​ໃຫ້​ແກ່​ລູກ​ຄ້າ​ຂອງ​ທະນາຄານ ​ເອຊີ​ລີ​ດາ​ ເພື່ອ​ຄ້ຳປະກັນ​ການ​ປະຕິບັດ​ສັນຍາ​ທີ່​ໄດ້ຮັບການຊຳລະເງິນລ່ວງໜ້າໂດຍບຸກຄົນທີສາມ
  • ໜັງສືຄ້ຳປະກັນການປະຕິບັດສັນຍາ
    ໜັງສື​ຄໍ້າປະກັນ​ການ​ປະຕິບັດ​ສັນຍາແມ່ນໜັງສື​ຄ້ຳປະກັນ​ທີ່​ທະນາຄານ​ອອກ​ໃຫ້​ແກ່​ລູກ​ຄ້າ​ຂອງ​ທະນາຄານ​ ເອຊີ​ລີ​ດາ ​ເພື່ອ​ຮັບປະກັນ​ການ​ດຳເນີນໂຄງການ, ​ໂດຍ​ສະ​ເພາະ​ແມ່ນ​ໂຄງການ​ກໍ່ສ້າງທີ່ເປັນຂອງບຸກຄົນທີສາມ

ໝາຍເຫດ: ລູກຄ້າຕ້ອງມີບັນຊີກັບທະນາຄານ ເອຊີລີດາ ລາວ ຈຳກັດ ເພື່ອນຳໃຊ້ການບໍລິການກອງທຶນການຄ້າ. ຖ້າຫາກທ່ານຍັງບໍ່ມີບັນຊີ ກະລຸນຕິດຕໍ່ສຳນັກງານຂອງພວກເຮົາກ່ຽວກັບການເປີດບັນຊີ

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ທ່ານພໍມີເວລາ 10 ນາທີເພື່ອຊ່ວຍພວກເຮົາປັບປຸງຄຸນນະພາບການບໍລິການຂອງພວກເຮົາບໍ່? ການເກັບກຳຜົນແມ່ນບໍ່ຖືກລະບຸຊື່

ເລີ່ມໃຫ້ຄຳເຫັນ

ທະນາຄານໃນມືຂອງທ່ານ.

242.7K PEOPLE USE THIS.

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 21 ຜູ້ເຂົ້າຊົມມື້ນີ້: 597 ຜູ້ເຂົ້າຊົມມື້ວານນີ້: 1,880
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່