navigate_nextຜະລິດຕະພັນ & ການບໍລິການnavigate_nextລູກຄ້າສ່ວນບຸກຄົນnavigate_nextສິນເຊື່ອnavigate_nextສິນເຊື່ອເບີກເກີນບັນຊີ
ສິນເຊື່ອເບີກເກີນບັນຊີ
ເຮັດໃຫ້ທຸລະກຳຂອງທ່ານມີການເຄື່ອນໄຫວຢູ່ສະເໝີ
ເຖິງວ່ານັກທຸລະກິດບາງຄົນມີການພັກຜ່ອນໃນມື້ທ້າຍອາທິດ, ຢ່າງໃດກໍ່ຕາມ ທຸລະກິດຂອງພວກເຂົາບໍ່ເຄີຍພັກ! ເມື່ອທ່ານພົບບັນຫາສຸກເສີນທາງດ້ານເງິນທຶນ, ພວກເຮົາມີທາງອອກໃຫ້ທ່ານ ເພື່ອໃຫ້ທຸລະກິດຂອງທ່ານໄດ້ດຳເນີນຕໍ່ໄປ.
ສິນເຊື່ອເບີກເກີນບັນຊີມີຜົນປະໂຫຍດຢ່າງຍິ່ງຕໍ່ເຫດການສຸກເສີນ ຫຼື ເຫດການອື່ນໆທີ່ຄາດບໍ່ເຖິງ. ການບໍລິການນີ້ໄດ້ຖືກອອກແບບມາເປັນພິເສດເພື່ອຕອບສະໜອງຄວາມຕ້ອງການດ້ານການເຮັດທຸລະກໍາຂອງທ່ານ ແລະ ເພີ່ມປະສິດທິພາບກະແສເງິນສົດຂອງທ່ານ.
ໄລຍະເວລາກູ້ຢືມ, ວົງເງິນກູ້ ແລະ ອັດຕາດອກເບ້ຍ
- ເງິນກີບ
- ໄລຍະເວລາກູ້ຢືມເຖິງ 12 ເດືອນ
- ວົງເງິນກູ້ເຖິງ 2.5% ຂອງທຶນຂອງທະນາຄານ
- ອັດຕາດອກເບ້ຍ 17% - 18% ຕໍ່ປີ
- ເງິນໂດລາ
- ໄລຍະເວລາກູ້ຢືມເຖິງ 12 ເດືອນ
- ວົງເງິນກູ້ເຖິງ 2.5% ຂອງທຶນຂອງທະນາຄານ
- ອັດຕາດອກເບ້ຍ 10% ຕໍ່ປີ
- ເງິນບາດ
- ໄລຍະເວລາກູ້ຢືມເຖິງ 12 ເດືອນ
- ວົງເງິນກູ້ເຖິງ 2.5% ຂອງທຶນຂອງທະນາຄານ
- ອັດຕາດອກເບ້ຍ 10% ຕໍ່ປີ
ເງື່ອນໄຂ
- ມີສະຖານະທຸລະກິດ ແລະ ກຳໄລທີ່ດີ, ຖືກຕ້ອງຕາມກົດໝາຍ.
- ມີເອກະສານທີ່ສະແດງເຖິງຫຼັກຊັບຄົງທີ່, ບັດຄັງສິນຄ້າ, ຫຼື ເອກະສານທີ່ຍັງມີຜົນນຳໃຊ້ ເພື່ອນຳມາເປັນຫຼັກຊັບຄ້ຳປະກັນ.
- ມີບັນຊີກະແສລາຍວັນກັບທະນາຄານ ເອຊີລີດາ ລາວ ຈຳກັດ.
- ສະໜອງໃບລາຍງານຜົນໄດ້ຮັບ ແລະ ໃບດຸຸ່ນດ່ຽງງົບປະມານໃຫ້ທະນາຄານ ເອຊີລີດາ ລາວ ປະຈຳເດືອນ.
- ພະນັກງານຂອງພວກເຮົາຈະຊ່ວຍທ່ານໃນການຕື່ມແບບຟອມຂໍກູ້ຢືມເງິນທີ່ສຳນັກງານທະນາຄານໂດຍບໍ່ເສຍຄ່າທຳນຽມ.
contact_supportສຳລັບເງື່ອນໄຂການບໍລິການ ແລະ ຂໍ້ມູນເພີ່ມຕື່ມ ກະລຸນາຕິດຕໍ່ສາຂາທີ່ຢູ່ໃກ້ ຫຼື ສູນປະຊາສຳພັນຂອງພວກເຮົາ


USD
THB
EUR
AUD
VND
CAD
KHR
JPY
GBP



