www.acledabank.com.la

navigate_nextຜະລິດຕະພັນ & ການບໍລິການnavigate_nextລູກຄ້າທຸລະກິດnavigate_nextສິນເຊື່ອnavigate_nextສິນເຊື່ອເບີກເກີນບັນຊີ

ສິນເຊື່ອເບີກເກີນບັນຊີ

ເຮັດໃຫ້ທຸລະກຳຂອງທ່ານມີການເຄື່ອນໄຫວຢູ່ສະເໝີ

ເຖິງວ່ານັກທຸລະກິດບາງຄົນມີການພັກຜ່ອນໃນມື້ທ້າຍອາທິດ, ຢ່າງໃດກໍ່ຕາມ ທຸລະກິດຂອງພວກເຂົາບໍ່ເຄີຍພັກ! ເມື່ອທ່ານພົບບັນຫາສຸກເສີນທາງດ້ານເງິນທຶນ, ພວກເຮົາມີທາງອອກໃຫ້ທ່ານ ເພື່ອໃຫ້ທຸລະກິດຂອງທ່ານໄດ້ດຳເນີນຕໍ່ໄປ.

ສິນເຊື່ອເບີກເກີນບັນຊີມີຜົນປະໂຫຍດຢ່າງຍິ່ງຕໍ່ເຫດການສຸກເສີນ ຫຼື ເຫດການອື່ນໆທີ່ຄາດບໍ່ເຖິງ. ການບໍລິການນີ້ໄດ້ຖືກອອກແບບມາເປັນພິເສດເພື່ອຕອບສະໜອງຄວາມຕ້ອງການດ້ານການເຮັດທຸລະກໍາຂອງທ່ານ ແລະ ເພີ່ມປະສິດທິພາບກະແສເງິນສົດຂອງທ່ານ.

ໄລຍະເວລາກູ້ຢືມ, ວົງເງິນກູ້ ແລະ ອັດຕາດອກເບ້ຍ

  • ລູກຄ້າທົ່ວໄປ
  • ສຳລັບຮ້ານຄ້າ
  • ເງິນກີບ
    • ໄລຍະເວລາກູ້ຢືມເຖິງ 12 ເດືອນ
    • ວົງເງິນກູ້ເຖິງ 2.5% ຂອງທຶນຂອງທະນາຄານ
    • ອັດຕາດອກເບ້ຍ 17% - 18% ຕໍ່ປີ
  • ເງິນໂດລາ
    • ໄລຍະເວລາກູ້ຢືມເຖິງ 12 ເດືອນ
    • ວົງເງິນກູ້ເຖິງ 2.5% ຂອງທຶນຂອງທະນາຄານ
    • ອັດຕາດອກເບ້ຍ 10% ຕໍ່ປີ
  • ເງິນບາດ
    • ໄລຍະເວລາກູ້ຢືມເຖິງ 12 ເດືອນ
    • ວົງເງິນກູ້ເຖິງ 2.5% ຂອງທຶນຂອງທະນາຄານ
    • ອັດຕາດອກເບ້ຍ 10% ຕໍ່ປີ

ເງື່ອນໄຂ

  • ລູກຄ້າທົ່ວໄປ
  • ສຳລັບຮ້ານຄ້າ
  • ມີສະຖານະທຸລະກິດ ແລະ ກຳໄລທີ່ດີ, ຖືກຕ້ອງຕາມກົດໝາຍ.
  • ມີເອກະສານທີ່ສະແດງເຖິງຫຼັກຊັບຄົງທີ່, ບັດຄັງສິນຄ້າ, ຫຼື ເອກະສານທີ່ຍັງມີຜົນນຳໃຊ້ ເພື່ອນຳມາເປັນຫຼັກຊັບຄ້ຳປະກັນ.
  • ມີບັນຊີກະແສລາຍວັນກັບທະນາຄານ ເອຊີລີດາ ລາວ ຈຳກັດ.
  • ສະໜອງໃບລາຍງານຜົນໄດ້ຮັບ ແລະ ໃບດຸຸ່ນດ່ຽງງົບປະມານໃຫ້ທະນາຄານ ເອຊີລີດາ ລາວ ປະຈຳເດືອນ.
  • ພະນັກງານຂອງພວກເຮົາຈະຊ່ວຍທ່ານໃນການຕື່ມແບບຟອມຂໍກູ້ຢືມເງິນທີ່ສຳນັກງານທະນາຄານໂດຍບໍ່ເສຍຄ່າທຳນຽມ.

contact_supportສຳລັບເງື່ອນໄຂການບໍລິການ ແລະ ຂໍ້ມູນເພີ່ມຕື່ມ ກະລຸນາຕິດຕໍ່ສາຂາທີ່ຢູ່ໃກ້ ຫຼື ສູນປະຊາສຳພັນຂອງພວກເຮົາ

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ທ່ານພໍມີເວລາ 10 ນາທີເພື່ອຊ່ວຍພວກເຮົາປັບປຸງຄຸນນະພາບການບໍລິການຂອງພວກເຮົາບໍ່? ການເກັບກຳຜົນແມ່ນບໍ່ຖືກລະບຸຊື່

ເລີ່ມໃຫ້ຄຳເຫັນ

ທະນາຄານໃນມືຂອງທ່ານ.

242.7K PEOPLE USE THIS.

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 14 ຜູ້ເຂົ້າຊົມມື້ນີ້: 655 ຜູ້ເຂົ້າຊົມມື້ວານນີ້: 1,880
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່