navigate_nextຜະລິດຕະພັນ & ການບໍລິການnavigate_nextລູກຄ້າທຸລະກິດnavigate_nextສິນເຊື່ອnavigate_nextສິນເຊື່ອຂະໜາດກາງ
ສິນເຊື່ອຂະໜາດກາງ
ທາງອອກທາງການເງິນຄົບວົງຈອນສຳລັບການຂະຫຍາຍທຸລະກິດຂອງທ່ານ!
ຄວາມສຳເລັດທາງດ້ານເສດຖະກິດຂອງທຸລະກິດທ່ານແມ່ນຂຶ້ນກັບຫຼາຍປັດໃຈ, ສິ່ງໜຶ່ງທີ່ສຳຄັນແມ່ນການຮ່ວມມືກັບທະນາຄານທີ່ທ່ານສາມາດໄວ້ວາງໃຈໄດ້ຕະຫຼອດເວລາ. ປະສົບການ ແລະ ຄວາມຊ່ຽວຊານສະເພາະຂອງ ທະນາຄານ ເອຊີລີດາ ລາວ ສາມາດຊ່ວຍໃຫ້ທຸລະກິດທີ່ກຳລັງຂະຫຍາຍຕົວຂອງທ່ານ ສາມາດຂ້າມຜ່ານອຸປະສັກທີ່ອາດເກີດຂຶ້ນໄດ້
ເປົ້າໝາຍຂອງພວກເຮົາຄື ໃຫ້ການສະໜັບສະໜູນທ່ານທາງດ້ານການເງິນ ດ້ວຍການແກ້ໄຂທີ່ຄອບຄຸມ ແລະ ທັນສະໄໝ ເຊິ່ງປັບໃຫ້ແທດເໝາະກັບຄວາມຕ້ອງການສ່ວນບຸກຄົນຂອງບໍລິສັດຂອງທ່ານ. ພວກເຮົານຳສະເໜີຜະລິດຕະພັນທີ່ເປັນນະວັດຕະກຳໃໝ່ທີ່ອອກແບບມາເພື່ອມອບຜົນປະໂຫຍດໃນທຸກດ້ານໆໃຫ້ບໍລິສັດຂອງທ່ານ.
ບໍ່ວ່າທ່ານຈະກຳລັງຂະຫຍາຍທຸລະກິດ, ຊື້ສະຖານທີ່ເພື້ອສ້າງສຳນັກງານ ຫຼື ຊອກຫາເງິນກູ້ເພື່ອໃຊ້ເປັນເງິນທຶນໝູນວຽນ, ພວກເຮົາຍິນດີໃຫ້ຄຳປຶກສາກ່ຽວກັບຄວາມຕ້ອງການຂອງທ່ານ ແລະ ສະໜອງເງິນກູ້ຕາມຄວາມຕ້ອງການຂອງທ່ານ
ໄລຍະເວລາກູ້ຢືມ, ວົງເງິນກູ້ ແລະ ອັດຕາດອກເບ້ຍ
- ເງິນກີບ
- ໄລຍະເວລາກູ້ຢືມເຖິງ 72 ເດືອນ
- ວົງເງິນກູ້ຫຼາຍກວ່າ 600,000,000 ກີບ
- ອັດຕາດອກເບ້ຍ 14.50% ຫາ 16% ຕໍ່ປີ
- ເງິນໂດລາ
- ໄລຍະກູ້ເຖິງ 72 ເດືອນ
- ວົງເງິນກູ້ຫຼາຍກວ່າ 75,000 ໂດລາ
- ອັດຕາດອກເບ້ຍ 10% ຕໍ່ປີ
- ເງິນບາດ
- ໄລຍະກູ້ເຖິງ 72 ເດືອນ
- ວົງເງິນກູ້ຫຼາຍກວ່າ 2,500,000 ບາດ
- ອັດຕາດອກເບ້ຍ 10% ຕໍ່ປີ
ເງື່ອນໄຂ
- ມີອາຍຸ 18 ປີ ຂຶ້ນໄປ
- ມີທີ່ຢູ່ປັດຈຸບັນຂອງຕົນເອງ
- ມີທຸລະກິດຂອງຕົນເອງທີ່ຖືກຕ້ອງຕາມກົດໝາຍ
- ມີຄວາມຈິງໃຈທີ່ຈະຈ່າຍຄືນໃຫ້ກັບ ທະນາຄານ ເອຊີລີດາ ລາວ
- ມີທຶນຂອງຕົນເອງ ຢ່າງໜ້ອຍ 20%
- ພະນັກງານຂອງພວກເຮົາຈະຊ່ວຍທ່ານໃນການຕື່ມແບບຟອມຂໍກູ້ຢືມເງິນທີ່ສຳນັກງານທະນາຄານໂດຍບໍ່ເສຍຄ່າທຳນຽມ
contact_supportກະລຸນາຕິດຕໍ່ສາຂາຂອງພວກເຮົາເພື່ອຢືນຢັນ


USD
THB
EUR
AUD
VND
CAD
KHR
JPY
GBP




