navigate_nextຜະລິດຕະພັນ & ການບໍລິການnavigate_nextລູກຄ້າທຸລະກິດnavigate_nextສິນເຊື່ອnavigate_nextສິນເຊື່ອຂະໜາດນ້ອຍ
ສິນເຊື່ອຂະໜາດນ້ອຍ
ເພື່ອເພີ່ມລາຍຮັບຂອງທ່ານ ທ່ານຕ້ອງຂະຫຍາຍທຸລະກິດ ເຊັ່ນວ່າ: ເພີ່ມທຶນຂອງທ່ານ. ທ່ານບໍ່ພຽງແຕ່ຕ້ອງການຄວາມໝັ້ນຄົງທາງດ້ານກຳໄລໃນທຸລະກິດ ແຕ່ຍັງຕ້ອງການຜົນກຳໄລທີ່ຢັ້ງຢືນ ແລະ ການຂະຫຍາຍຕົວໃນໄລຍະຍາວ. ເມື່ອທ່ານຕ້ອງການທຶນພຽງແຕ່ຄິດເຖິງ ທະນາຄານ ເອຊີລີດາ ລາວ.
ສິນເຊື່ອບຸກຄົນ
- ເງິນກີບ
- ໄລຍະກູ້ເຖິງ 72 ເດືອນ
- ວົງເງິນກູ້ຈົນເຖິງ 600,000,000 ກີບ
- ອັດຕາດອກເບ້ຍເລີ່ມແຕ່ 14.50% ຫາ 22.50% ຕໍ່ປີ
- ເງິນໂດລາ
- ໄລຍະກູ້ເຖິງ 72 ເດືອນ
- ວົງເງິນກູ້ຈົນເຖິງ 75,000 ໂດລາ
- ອັດຕາດອກເບ້ຍ 10% ຕໍ່ປີ
- ເງິນບາດ
- ໄລຍະກູ້ເຖິງ 72 ເດືອນ
- ວົງເງິນກູ້ຈົນເຖິງ 2,500,000 ບາດ
- ອັດຕາດອກເບ້ຍ 10% ຕໍ່ປີ
ສິນເຊື່ອກຸ່ມ
ສິນເຊື່ອກຸ່ມເປັນສິນເຊື່ອພິເສດ ສຳລັບຜູ້ທີ່ມີລາຍໄດ້ໜ້ອຍທີ່ບໍ່ມີຊັບສິນພຽງພໍໃນການກູ້ຢືມ
- ຈັດຕັ້ງກຸ່ມແຕ່ 2 ຫາ 10 ຄົນ
- ໄລຍະກູ້ເຖິງ 12 ເດືອນ
- ວົງເງິນກູ້ຈົນເຖິງ 30,000,000 ກີບ ຫຼື 60,000 ບາດ ຕໍ່ ສະມາຊິກ 1 ຄົນ
- ອັດຕາດອກເບ້ຍເລີ່ມແຕ່ 10% ຫາ 19% ຕໍ່ປີ
ເງື່ອນໄຂ
- ມີອາຍຸ 18 ປີ ຂຶ້ນໄປ
- ມີທີ່ຢູ່ປັດຈຸບັນຂອງຕົນເອງ
- ມີທຸລະກິດຂອງຕົນເອງທີ່ຖືກຕ້ອງຕາມກົດໝາຍ
- ມີເອກະສານຢັ້ງຢືນຕົວຕົນເຊັ່ນ: ບັດປະຈຳຕົວ, ປຶ້ມສຳມະໂນຄົວ, ໜັງຜ່ານແດນ ຫຼື ເອກະສານອື່ນໆ
- ມີ ຫຼື ບໍ່ມີ ຫຼັກຊັບຄ້ຳປະກັນ
- ພະນັກງານຂອງພວກເຮົາຈະຊ່ວຍທ່ານໃນການຕື່ມແບບຟອມຂໍກູ້ຢືມເງິນທີ່ສຳນັກງານທະນາຄານໂດຍບໍ່ເສຍຄ່າທຳນຽມ
contact_supportກະລຸນາຕິດຕໍ່ສາຂາຂອງພວກເຮົາເພື່ອຢືນຢັນ


USD
THB
EUR
AUD
VND
CAD
KHR
JPY
GBP




