navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextສິນເຊື່ອnavigate_nextຂອບເຂດສິນເຊື່ອ
ຂອບເຂດສິນເຊື່ອ
ບາງຄັ້ງທ່ານອາດຕ້ອງການທຶນເພື່ອສະໜັບສະໜູນທຸລະກິດຂອງທ່ານໃນອະນາຄົດ ແຕ່ບັນຫາບາງຢ່າງອາດຈະເຮັດໃຫ້ທ່ານບໍ່ສາມາດໄດ້ຮັບເງິນກູ້ຢືມຕາມຄວາມຕ້ອງການທາງທຸລະກິດຂອງທ່ານໄດ້ທັນເວລາ. ທະນາຄານ ເອຊີລີດາ ມອບທາງອອກທີ່ດີທີ່ສຸດສຳລັບການກູ້ຢືມເງິນໃນທັນທີດ້ວຍການບໍລິການຂອບເຂດສິນເຊື່ອ.
ບໍລິການຂອບເຂດສິນເຊື່ອ ເປັນວົງເງິນສິນເຊື່ອສູງສຸດທີ່ທະນາຄານ ເອຊີລີດາ ມອບໃຫ້ໂດຍອີງຕາມຄວາມໜ້າເຊື່ອຖືຂອງທ່ານ. ຂອບເຂດສິນເຊື່ອຈະຍັງບໍ່ທັນເປັນສິນເຊື່ອຈົນກວ່າທ່ານຈະຖອນເງິນອອກ.
ປະເພດສະກຸນເງິນ
ທະນາຄານ ເອຊີລີດາ ໃຫ້ບໍລິການສິນເຊື່ອສະກຸນເງິນກີບ, ບາດ ແລະ ໂດລາ.
ຜົນປະໂຫຍດ
- ມີໂອກາດນຳໃຊ້ສິນເຊື່ອ ແລະ ບໍລິການອື່ນໆ
- ມີແຫຼ່ງທຶນສຳລັບການນຳໃຊ້ເພື່ອຕອບສະໜອງທຸກຄວາມຕ້ອງການຂອງທ່ານ
- ຫຼຸດຜ່ອນການຈ່າຍດອກເບ້ຍ ເນື່ອງຈາກວ່າທ່ານຈ່າຍພຽງແຕ່ຍອດເຫຼືອສິນເຊື່ອເທົ່ານັ້ນ.
- ສ້າງຄວາມໜ້າເຊື່ອຖືລະຫວ່າງຜູ້ຊື້ ແລະ ຜູ້ຂາຍ
- ເພີ່ມໂອກາດທາງທຸລະກິດຂອງທ່ານ
- ອຳນວຍຄວາມສະດວກດ້ານກະແສເງິນສົດຂອງທ່ານ
ຄຸນລັກສະນະພິເສດ
- ເປັນສັນຍາໃນການສະໜອງກອງທຶນການຄ້າອີງຕາມກະແສເງິນສົດ ແລະ ຫຼັກຊັບຄ້ຳປະກັນ
- ຂອບເຂດສິນເຊື່ອຈະຍັງບໍ່ເປັນສິນເຊື່ອຈົນກວ່າທ່ານຈະນຳໃຊ້ເງິນ
- ຊໍາລະພຽງແຕ່ຄ່າທໍານຽມອະນຸມັດ ໂດຍບໍ່ໄດ້ຈ່າຍດອກເບ້ຍ
- ເມື່ອທ່ານນຳໃຊ້ຂອບເຂດສິນເຊື່ອແລ້ວທ່ານຍັງຈະສາມາດນຳໃຊ້ກອງທຶນການຄ້າສຳລັບຈຸດປະສົງອື່ນໆໄດ້ຢ່າງສະດວກສະບາຍເຊັ່ນວ່າ: ສິນເຊື່ອນຳເຂົ້າ-ສົ່ງອອກ, ເອກະສານສິນເຊື່ອ, ໜັງສືຄ້ຳປະກັນ ແລະ ອື່ນໆ
- ສາມາດສືບຕໍ່ຂອບເຂດສິນເຊື່ອໄດ້ຫຼາຍໆຄັ້ງໂດຍອີງຕາມສະພາບຕົວຈິງ
- ສາມາດນໍາໃຊ້ບໍລິການອື່ນໆໄປພ້ອມກັນພາຍໃຕ້ເງື່ອນໄຂຂອບເຂດສິນເຊື່ອ.
- ສຳລັບເງື່ອນໄຂການບໍລິການ ແລະ ຂໍ້ມູນເພີ່ມຕື່ມ ກະລຸນາຕິດຕໍ່ສາຂາທີ່ຢູ່ໃກ້ ຫຼື ສູນປະຊາສຳພັນຂອງພວກເຮົາ


USD
THB
EUR
AUD
VND
CAD
KHR
JPY
GBP



