navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextການບໍລິຫານເງິນສົດnavigate_nextບໍລິການເບີກຈ່າຍເງິນເດືອນ
ບໍລິການເບີກຈ່າຍເງິນເດືອນ
ບໍລິການເບີກຈ່າຍເງິນເດືອນແມ່ນການຈ່າຍເງິນເດືອນໃຫ້ພະນັກງານຂອງບໍລິສັດຜ່ານທະນາຄານ ໂດຍທະນາຄານຈະບັນທຶກເງິນເຂົ້າບັນຊີຝາກປະຢັດ ຫຼື ບັນຊີກະແສລາຍວັນຂອງພວກເຂົາ. ນອກຈາກນີ້, ການບໍລິການເບີກຈ່າຍເງິນເດືອນຍັງສ້າງຂຶ້ນມາເພື່ອຫຼຸດຄວາມສ່ຽງໃຫ້ກັບລູກຄ້າທີ່ອາດເກີດຂຶ້ນໃນລະຫວ່າງການຂົນສົ່ງເງິນສົດເປັນຈຳນວນຫຼາຍຈາກບ່ອນໜຶ່ງໄປຍັງບ່ອນອື່ນໆເພື່ອຈ່າຍເງິນເດືອນໃຫ້ກັບພະນັກງານ. ການບໍລິການນີ້ມີຜົນປະປະໂຫຍດຕໍ່ອົງກອນ ແລະ ພະນັກງານ
ຜົນປະໂຫຍດ
- ສະດວກສະບາຍແລະ ຫຼຸດຄວາມສ່ຽງ ຕໍ່ຂະບວນການຈ່າຍເງິນເດືອນ
- ສົ່ງເສີມໃຫ້ພະນັກງານໄດ້ໃຊ້ບໍລິການທີ່ທັນສະໄໝ
- ເພີ່ມຄວາມເຊື່ອໝັ້ນ ແລະ ຄວາມໂປ່ງໃສໃນການຈ່າຍເງິນເດືອນໃຫ້ພະນັກງານ
- ຫຼຸດເວລານຳໃຊ້ໃນການນັບເງິນ ແລະ ບໍລິການວ່ອງໄວ
- ຫຼຸດຕົ້ນທຶນໃນການຈ້າງຜູ້ຮັບຜິດຊອບໃນການຈ່າຍເງິນເດືອນໃຫ້ພະນັກງານ
- ຫຼຸດຄວາມສ່ຽງໃນການຖືເງິນສົດເພື່ອຈ່າຍເງິນເດືອນໃຫ້ພະນັກງານ
ຄຸນລັກສະນະ
- ໃຫ້ທາງເລືອກແກ່ບໍລິສັດ ຫຼື ສະຖາບັນສຳລັບການຈ່າຍເງິນເດືອນເຂົ້າບັນຊີຝາກປະຢັດ ຫຼື ບັນຊີກະແສລາຍວັນຂອງພະນັກງານຂອງເຂົາເຈົ້າໂດຍອີງຕາມລາຍຊື່ທີ່ໄດ້ມອບໃຫ້ທະນາຄານ ເອຊີລີດາ ຕາມທີ່ລະບຸໃນສັນຍາ.
- ຈ່າຍເງິນເດືອນໃຫ້ພະນັກງານໄດ້ທຸກແຂວງ ແລະ ທົ່ວປະເທດ
- ພະນັກງານຂອງບໍລິສັດ ຫຼື ສະຖາບັນສາມາດຖອນເງິນເດືອນໄດ້ຢູ່ທຸກສາຂາຂອງທະນາຄານຂອງທະນາຄານ ເອຊີລີດາ ທົ່ວປະເທດ
ສະກຸນເງິນ
ທະນາຄານໃຫ້ບໍລິການເບີກຈ່າຍເງິນເດືອນເປັນສະກຸນເງິນກີບ,ໂດລາ, ບາດ
ຄ່າທຳນຽມ
| ລາຍການ | ຄ່າທຳນຽມ | ||
|---|---|---|---|
| ຄ່າທຳນຽມຕໍ່ທຸລະກຳ (ກໍລະນີມີບັນຊີເງິນເດືອນກັບທະນາຄານ) | 2.000 ກີບ | 0,3 ໂດລາ | 10 ບາດ |
| ຄ່າທຳນຽມຕໍ່ທຸລະກຳ (ກໍລະນີບໍ່ມີບັນຊີເງິນເດືອນກັບທະນາຄານ) | 5.000 ກີບ | 0,7 ໂດລາ | 20 ບາດ |
contact_supportຄ່າທຳນຽມສະແດງເພື່ອຈຸດປະສົງຊີ້ບອກເທົ່ານັ້ນ ແລະ ອາດມີການປ່ຽນແປງໄດ້. ສໍາລັບການບໍລິການ ແລະ ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ຫາສາຂາທີ່ໃກ້ຄຽງ ຫຼື ສູນປະຊາສຳພັນ ຂອງພວກເຮົາ.


USD
THB
EUR
AUD
VND
CAD
KHR
JPY
GBP



