navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextການບໍລິຫານເງິນສົດnavigate_nextແຊັກເງິນສົດ
ແຊັກເງິນສົດ
ແຊັກເງິນສົດແມ່ນແຊັກຂອງທະນາຄານທີ່ລູກຄ້າຊື້ເພື່ອນຳໃຊ້ເຂົ້າໃນການຊຳລະໃຫ້ແກ່ບຸກຄົນທີສາມ ຫຼື ສາມາດຝາກເງິນເຂົ້າບັນຊີຢູ່ທະນາຄານອື່ນພາຍໃນປະເທດ. ແຊັກເງິນສົດຍັງຖືກນຳໃຊ້ໂດຍທະນາຄານເປັນປະຈຳເພື່ອຊຳລະໃບບິນທີ່ກ່ຽວຂ້ອງກັບຄ່າໃຊ້ຈ່າຍໃນການປະຕິບັດງານຂອງທະນາຄານ
ເມື່ອທ່ານຕ້ອງການຊຳລະໃບບິນ ຫຼື ຊື້ສິນຄ້າ ແຕ່ບໍ່ຕ້ອງການຖືເງິນສົດຈຳນວນຫຼາຍ, ພວກເຮົາສະໜອງການບໍລິການອອກແຊັກເງິນສົດໃຫ້ທ່ານດ້ວຍຄວາມສະດວກສະບາຍ ແລະ ປອດໄພ
ການອອກແຊັກເງິນສົດ
ລູກຄ້າທີ່ມີບັນຊີ ຫຼື ບໍ່ມີບັນຊີກັບທະນາຄານ ເອຊີລີດາ ລາວ ສາມາດສະເໜີຂໍອອກແຊັກເງິນສົດໄດ້
- ກະລຸນາຕິດຕໍ່ຫາສາຂາທີ່ໃກ້ທີ່ສຸດສຳລັບການຕື່ມແບບຟອມຄຳຮ້ອງຂໍອອກແຊັກເງິນສົດ
- ແຈ້ງບັດປະຈຳຕົວ ຫຼື ໜັງສືຜ່ານແດນ ຫຼື ເອກະສານອື່ນໆ ຖ້າຫາກທ່ານບໍ່ມີບັນຊີກັບທະນາຄານ ເອຊີລີດາ ລາວ
ຄ່າທຳນຽມ
- 10.000 ກີບ, 1ໂດລາ, 50 ບາດ ຕໍ່ໃບ
- ເກັບຄ່າທຳນຽມໂອນເງິນພາຍໃນ ຖ້າຫາກລູກຄ້າຝາກແຊັກເງິນສົດ ຫຼື ຝາກເງິນສົດເຂົ້າບັນຊີຂອງຕົນ ຈາກສາຂາອື່ນ
- ບໍ່ເກັບຄ່າທຳນຽມ (ການອອກເຊັກເງິນສົດ ແລະ ໂອນເງິນ) ສຳລັບຜູ້ສະໜອງຂອງທະນາຄານ ເອຊີລີດາ ລາວ


USD
THB
EUR
AUD
VND
CAD
KHR
JPY
GBP



