navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextການບໍລິຫານເງິນສົດnavigate_nextບໍລິການສັ່ງຈ່າຍ
ບໍລິການສັ່ງຈ່າຍ
ການບໍລິການສັ່ງຈ່າຍ ເປັນບໍລິການປະເພດໜຶ່ງທີ່ທະນາຄານ ເອຊີລີດາ ເປັນຜູ້ຕາງໜ້າໃນການຈ່າຍເງິນໃຫ້ກັບຜູ້ຮັບຜົນປະໂຫຍດໂດຍການຫັກເງິນຈາກບັນຊີຕາມການສະເໜີຂໍຂອງລູກຄ້າ
ຜົນປະໂຫຍດ
- ອຳນວຍຄວາມສະດວກຕໍ່ລູກຄ້າໃນການຊຳລະ ຫຼື ໂອນເງິນໄປໃຫ້ຜູ້ຮັບຜົນໂດຍອັດຕະໂນມັດ
- ຄ່າທຳນຽມການຊຳລະ ຫຼື ໂອນ ຕ່ຳ
- ສະດວກ ແລະ ປອດໄພ
ເງື່ອນໄຂ
- ສາມາດສະເໜີຂໍໃຊ້ບໍລິການໄດ້ຢູ່ທຸກສາຂາ
- ຕ້ອງມີບັນຊີກັບທະນາຄານ ເອຊີລີດາ
- ຕື່ມຂໍ້ມູນໃນຟອມຄຳຮ້ອງຂໍໃຊ້ບໍລິການກັບທະນາຄານ ເອຊີລີດາ
- ຢ່າງໜ້ອຍ 1 ວັນລັດຖະການກ່ອນມື້ເຮັດຊຳລະຕ້ອງມີຍອດເງິນພຽງພໍໃນບັນຊີ
ຄ່າທຳນຽມ
- ຄ່າທຳນຽມການຂໍນຳໃຊ້ບໍລິການ 30.000 ກີບ; 3 ໂດລາ; 110 ບາດ
- ຄ່າບໍລິການ 2.000 ກີບ; 0,20 ໂດລາ; 10 ບາດ ຕໍ່ທຸລະກຳ (ລວມຄ່າທຳນຽມການໂອນເງິນພາຍໃນ; ຖ້າມີ)
- ຄ່າທຳນຽມການແກ້ໄຂ 30.000 ກີບ; 3 ໂດລາ; 110 ບາດ
- ບໍ່ມີຄ່າທຳນຽມສຳລັບການຍົກເລີກໃຊ້ບໍລິການ
contact_supportຄ່າທຳນຽມສະແດງເພື່ອຈຸດປະສົງຊີ້ບອກເທົ່ານັ້ນ ແລະ ອາດມີການປ່ຽນແປງໄດ້. ສໍາລັບການບໍລິການ ແລະ ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ຫາສາຂາທີ່ໃກ້ຄຽງ ຫຼື ສູນປະຊາສຳພັນ ຂອງພວກເຮົາ.


USD
THB
EUR
AUD
VND
CAD
KHR
JPY
GBP



