navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextການບໍລິຫານເງິນສົດnavigate_nextຢັ້ງຢືນບັນຊີ ແລະ ຂໍ້ມູນລູກຄ້າ
ຢັ້ງຢືນບັນຊີ ແລະ ຂໍ້ມູນລູກຄ້າ
ເມື່ອທ່ານຕ້ອງການຢັ້ງຢືນຄຸນສົມບັດຂອງທ່ານຕໍ່ບຸກຄົນທີສາມເພື່ອຈຸດປະສົງໃດໜຶ່ງເຊັ່ນ: ການຍື່ນຂໍວີຊ່າຈາກສະຖານທູດ, ການລົງທະບຽນທຸລະກິດ, ການກວດສອບ ແລະ ອື່ນໆ. ທະນາຄານ ເອຊີລີດາ ຈະເປັນຜູ້ດຳເນີນການໃຫ້ທ່ານ.
ການຢັ້ງຢືນບັນຊີ ແລະ ຂໍ້ມູນລູກຄ້າເປັນບໍລິການຢັ້ງຢືນປະເພດໜຶ່ງທີ່ອອກໂດຍທະນາຄານ ເອຊີລີດາ ລາວ ໃນການຢັ້ງຢືນຂໍ້ມູນການເງິນໃຫ້ແກ່ລູກຄ້າບຸກຄົນ ຫຼື ທຸລະກິດ ເຊັ່ນວ່າ: ຍອດເງິນບັນຊີຝາກປະຢັດ, ວົງເງິນສິນເຊື່ອ ແລະ ອື່ນໆ ໂດຍອີງຕາມຍອດເງິນໃນບັນຊີ ຫຼື ຈຳນວນເງິນທີ່ແນ່ນອນຕາມວັນທີ່ລະບຸໃນອະດີດ ຫຼື ປັດຈຸບັນ ຕາມການສະເໜີຂໍຂອງຜູ້ໃຊ້ຜະລິດຕະພັນ-ບໍລິການຂອງທະນາຄານ
ຄ່າທຳນຽມການບໍລິການອອກໃບຢັ້ງຢືນບັນຊີ ແລະ ຂໍ້ມູນລູກຄ້າແມ່ນ:
- ຢັ້ງຢືນບັນຊີ ແລະ ຂໍ້ມູນລູກຄ້າ 50.000 ກີບ; 6 ໂດລາ; 200 ບາດ ຕໍ່ສະບັບ
- ຢັ້ງຢືນບັນຊີ ແລະ ຂໍ້ມູນສຳລັບການກວດສອບລະຫວ່າງທະນາຄານ: 70.000 ກີບ; 10 ໂດລາ; 300 ບາດ ຕໍ່ສະບັບ
- ຢັ້ງຢືນບັນຊີ ແລະ ຂໍ້ມູນສຳລັບການກວດສອບພາຍໃນປະເທດ: 70.000 ກີບ; 10 ໂດລາ; 300 ບາດ ຕໍ່ສະບັບ
- ຢັ້ງຢືນບັນຊີ ແລະ ຂໍ້ມູນສຳລັບການກວດສອບຕ່າງປະເທດ: 70.000 ກີບ; 10 ໂດລາ; 300 ບາດ ຕໍ່ສະບັບ ບວກຄ່າສົ່ງເອກະສານຜ່ານໄປສະນີ


USD
THB
EUR
AUD
VND
CAD
KHR
JPY
GBP



