www.acledabank.com.la

navigate_nextຂໍ້ມູນການເງິນnavigate_nextບົດລາຍງານຂອງທ່ານຜູ້ອຳນວຍການໃຫຍ່

ບົດລາຍງານຂອງທ່ານຜູ້ອຳນວຍການໃຫຍ່

ທ່ານ. ລັດສະໝີ ຫງວນ ຜູ້ອຳນວຍການໃຫຍ່
ທ່ານ. ລັດສະໝີ ຫງວນ ຜູ້ອຳນວຍການໃຫຍ່

ທະນາຄານ ເອຊີລີດາ ລາວ ຈຳກັດ ພູມໃຈ 17 ປີ 2008-2025 ຄົບຮອບການດໍາເນີນງານທີ່ກ້າວຫນ້າກັບການບໍລິການທາງດ້ານການເງິນທີ່ປອດໄພ ແລະ ໄວ້ວາງໃຈທີ່ສຸດ, ມີເຄືອຂ່າຍທີ່ຫຼາຍ ທັງຫ້ອງການ, ຕູ້ເອທີເອັມ (ATM), ຕູ້ຝາກ-ຖອນເງິນ (CRM) ການໃຫ້ບໍລິການທາງດ້ານທະນາຄານເອເລັກໂຕຣນິກ ແລະ ສືບຕໍ່ສ້າງນະວັດຕະກຳໃໝ່ໃນການບໍລິການທະນາຄານດິຈິຕອນຢ່າງບໍ່ຢຸດຢັ້ງ.

ດ້ວຍການນຳໃຊ້ ACLEDA Mobile (AC Super App), ລູກຄ້າຂອງພວກເຮົາສາມາດຊົມໃຊ້ປະສົບການການບໍລິການທະນາຄານທີ່ວ່ອງໄວ, ສະດວກ ແລະ ເປັນມິດກັບຜູ້ໃຊ້ຫຼາຍຂຶ້ນ. ແພລດຟອມນີ້ຊ່ວຍໃຫ້ບຸກຄົນ ແລະ ພາກສ່ວນທຸລະກິດ ສາມາດເຮັດທຸລະກຳທາງການທະນາຄານໄດ້ທຸກບ່ອນທຸກເວລາ, ເຊິ່ງເປັນການຢືນຢັນເຖິງຄວາມມຸ່ງໝັ້ນຂອງພວກເຮົາໃນການເຂົ້າເຖິງ ແລະ ການມີສ່ວນຮ່ວມທາງດ້ານການເງິນໃນທຸກພາກສ່ວນຂອງສັງຄົມ

ຄວາມມຸ່ງໝັ້ນຂອງພວກເຮົາແມ່ນຊັດເຈນ: ເພື່ອເປັນທະນາຄານທຸລະກິດຊັ້ນນຳ ແລະ ໄດ້ຮັບຄວາມໄວ້ວາງໃຈສູງສຸດໃນ ສປປ ລາວ, ໂດຍຮັບໃຊ້ລູກຄ້າດ້ວຍຄວາມຊື່ສັດ, ນະວັດຕະກຳ ແລະ ປະສິດທິພາບ. ABL ຍັງໄດ້ມີສ່ວນຮ່ວມຢ່າງມີຄວາມໝາຍໃນການສ້າງວຽກເຮັດງານທຳໃນຂະແໜງການທະນາຄານ ແລະ ເສດຖະກິດແຫ່ງຊາດໃນວົງກວ້າງ. ຄວາມມຸ່ງໝັ້ນນີ້ໄດ້ຮັບການຍອມຮັບໂດຍຜ່ານການຈັດອັນດັບ "ດີເລີດ" ໃນການປະເມີນການແຂ່ງຂັນຂອງຂະແໜງການທະນາຄານປີ 2023, ພ້ອມທັງໄດ້ຮັບລາງວັນຜົນງານດີເດັ່ນໃນການມອບພັນທະສ່ວຍສາອາກອນ ປີ 2022 ຈາກກະຊວງການເງິນ

ພວກເຮົາສືບຕໍ່ລົງທຶນໃນການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານດິຈິຕອນ ແລະ ເຕັກໂນໂລຊີການທະນາຄານທີ່ທັນສະໄໝ ເພື່ອຮັບປະກັນວ່າທະນາຄານຍັງຄົງມີຄວາມພ້ອມໃນການຕອບສະໜອງຄວາມຕ້ອງການທີ່ປ່ຽນແປງຂອງຜູ້ມີສ່ວນຮ່ວມ - ໂດຍສະເພາະລູກຄ້າທີ່ຮັກແພງ ແລະ ຂະແໜງ SME ຂອງພວກເຮົາ.

ການປະຕິບັດງານໃນປີ 2025

ສະພາບການ ແຂ່ງຂັນ

ທະນາຄານ ເອຊີລິດາ ລາວ ຈຳກັດ ໄດ້ສືບຕໍ່ຂະຫຍາຍການບໍລິການທະນາຄານດິຈິຕອນ, ໂດຍສະເພາະແມ່ນຜ່ານ ACLEDA Mobile ທີ່ໄດ້ຮັບການຍອມຮັບ ຢ່າງກວ້າງຂວາງວ່າເປັນ "ທະນາຄານ ຢູ່ໃນມືຂອງທ່ານ" (the real bank in your hand), ເຊິ່ງຊ່ວຍໃຫ້ລູກຄ້າສາມາດເຮັດທຸລະກຳທາງການທະນາຄານທີ່ປອດໄພ ແລະ ສະດວກສະບາຍ ໄດ້ທຸກທີ່ທຸກເວລາ.

ຂະແໜງການທະນາຄານໃນ ສປປ ລາວ ຍັງຄົງມີການແຂ່ງຂັນສູງ. ປະຈຸບັນມີ 36 ທະນາຄານທີ່ດຳເນີນງານໃນທົ່ວປະເທດ, ລວມມີ: ທະນາຄານທຸລະກິດຂອງລັດ 1 ແຫ່ງ, ທະນາຄານສະເພາະກິດ 2 ແຫ່ງ, ທະນາຄານທຸລະກິດລັດຮ່ວມທຶນ 5 ແຫ່ງ, ທະນາຄານເອກະຊົນ 7 ແຫ່ງ, ທະນາຄານທຸລະກິດທີ່ເປັນບໍລິສັດລູກຂອງທະນາຄານທຸລະກິດຕ່າງປະເທດ 9 ແຫ່ງ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ 12 ແຫ່ງ. ນອກຈາກນັ້ນ, ຍັງມີສະຖາບັນການເງິນ ແລະ ຜູ້ໃຫ້ບໍລິການທາງການເງິນປະມານ 281 ແຫ່ງທີ່ດຳເນີນງານທົ່ວປະເທດ, ເຊິ່ງລວມມີ ສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນ 22 ແຫ່ງ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ 127 ແຫ່ງ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ 33 ແຫ່ງ, ບໍລິສັດເຊົ່າສິນເຊື່ອ 31 ແຫ່ງ ແລະ ໂຮງຊວດຈຳ 68 ແຫ່ງ. ການແຂ່ງຂັນຍັງໄດ້ເພີ່ມທະວີຂຶ້ນ ຍ້ອນການເຕີບໂຕຂອງນະວັດຕະກຳເຕັກໂນໂລຊີທາງການເງິນ (FinTech) ແລະ ການບໍລິການທາງການເງິນດິຈິຕອນ, ເຊິ່ງສືບຕໍ່ປ່ຽນແປງຄວາມຄາດຫວັງຂອງລູກຄ້າ ແລະ ການບໍລິການໃນອຸດສາຫະກຳ.

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງລະບຽບການ ພ້ອມທັງສົ່ງເສີມການດຳເນີນງານທະນາຄານແບບກົນໄກຕະຫຼາດ, ລວມທັງຄວາມຍືດຫຍຸ່ນໃນກົນໄກອັດຕາດອກເບ້ຍໂດຍອີງຕາມສະພາບຕະຫຼາດ. ໃນຂະນະດຽວກັນ, ການອ່ອນຄ່າຂອງເງິນຕາທ້ອງຖິ່ນ ແລະ ເງື່ອນໄຂການປ່ອຍສິນເຊື່ອທີ່ປ່ຽນແປງ ໄດ້ສ້າງຄວາມສັບຊ້ອນເພີ່ມເຕີມໃຫ້ແກ່ສະຖາບັນການເງິນ ແລະ ລູກຄ້າ. ເຖິງແມ່ນວ່າຈະມີສະພາບການດັ່ງກ່າວ, ທະນາຄານ ເອຊີລິດາ ລາວ ຈຳກັດ ຍັງຄົງມີຄວາມພ້ອມໃນຕະຫຼາດ ຜ່ານໂຄງລ່າງພື້ນຖານການດຳເນີນງານທີ່ເຂັ້ມແຂງ, ດ້ວຍເຄືອຂ່າຍສາຂາໃນ 15 ແຂວງ ແລະ ນະຄອນ, ສະໜັບສະໜູນໂດຍເຄືອຂ່າຍ ATM, CRM, ການບໍລິການທະນາຄານທາງເອເລັກໂຕຣນິກ ແລະ ACLEDA Mobile (AC Super App) ທີ່ກວ້າງຂວາງ. ຄວາມສາມາດເຫຼົ່ານີ້ ຊ່ວຍໃຫ້ທະນາຄານສາມາດໃຫ້ບໍລິການທາງການເງິນທີ່ມີຄວາມໂປ່ງໃສ, ມີປະສິດທິພາບ ແລະ ເຊື່ອຖືໄດ້ ໃນຂະນະທີ່ຍັງຮັກສາເປົ້າໝາຍຍຸດທະສາດເພື່ອເປັນທະນາຄານຊັ້ນນຳທີ່ເນັ້ນໃສ່ SME ໃນ ສປປ ລາວ.

ຜົນການກຳເນີນງານ

ເຖິງແມ່ນວ່າຈະດຳເນີນງານພາຍໃຕ້ສະພາບແວດລ້ອມເສດຖະກິດທີ່ທ້າທາຍ, ທະນາຄານ ເອຊີລີດາ ລາວ ຈຳກັດ ຍັງສາມາດສ້າງຜົນການເງິນທີ່ໝັ້ນຄົງ ແລະ ຍືນຍົງໃນປີ 2025 ໂດຍມີຈຸດເດັ່ນດັ່ງນີ້:

  • ໃນປີ 2025 ທະນາຄານ ເອຊີລີດາ ລາວ ຈຳກັດ ມີກຳໄລສຸດທິຫຼັງອາກອນ 133,369,810,471 ກີບ (ປະມານ 6,275,687 ໂດລາສະຫະລັດ) ພາຍໃຕ້ມາດຕະຖານ IFRS 16;
  • ທະນາຄານ ເອຊີລີດາ ລາວ ຈຳກັດ ສືບຕໍ່ຄວາມພະຍາຍາມໃນການຫຼຸດຜ່ອນຕົ້ນທຶນ ແລະ ຄວບຄຸມຄວາມສ່ຽງ ເພື່ອເພີ່ມລາຍໄດ້ໃຫ້ສູງສຸດຢ່າງເໝາະສົມ.
  • ຜະລິດຕະພັນ FinTech ໄດ້ເຊື່ອມໂຍງເຂົ້າກັບໂຄງລ່າງພື້ນຖານການທະນາຄານເອເລັກໂຕຣນິກຂອງ ABL, ເຮັດໃຫ້ລູກຄ້າມີທາງເລືອກໃນການບໍລິຫານຊັບພະຍາກອນທາງການເງິນ ແລະ ເຮັດທຸລະກຳທຸລະກິດຢ່າງມີຄວາມປອດໄພສູງ. ACLEDA Mobile: ມີຜູ້ລົງທະບຽນ 213,880 ໃນເດືອນທັນວາ 2025 ແລະ ມີທ່າອ່ຽງເພີ່ມຂຶ້ນ ຫຼັງຈາກການເປີດຕົວເມື່ອວັນທີ 25 ມິຖຸນາ 2018.
  • ຍອດເຫຼືອສິນເຊື່ອ 3,641,066,134,437 ກີບ (ປະມານ 171,408,819 ໂດລາສະຫະລັດ).
  • ໜີ້ບໍ່ເກີດດອກອອກຜົນ (NPL): ໄດ້ຮັບການຄຸ້ມຄອງເປັນຢ່າງດີ ແລະ ຕ່ຳກວ່າຂີດຈຳກັດທີ່ກຳນົດໄວ້.
  • ສະພາບຄ່ອງ ແລະ ພອດເງິນກູ້: ຮັກສາສະພາບຄ່ອງທີ່ພຽງພໍ ໂດຍມີຍອດເງິນກູ້ສູງສຸດເປັນປະຫວັດສາດໃນຮອບ 17 ປີ ແລະ ມີຮູບແບບທຸລະກິດທີ່ເນັ້ນໃສ່ສິນເຊື່ອ SME ທີ່ຫຼາກຫຼາຍ.
  • ຍອດເງິນຝາກ: ມີທ່າອ່ຽງເພີ່ມຂຶ້ນເປັນ 3,795,655,477,183 ກີບ (ປະມານ 178,686,351 ໂດລາສະຫະລັດ).
  • ປັດໄຈການເຕີບໂຕ: ການເຕີບໂຕແມ່ນຍ້ອນການເຮັດວຽກເປັນທີມ "TEAM" (Together Everyone Achieve More), ຍຸດທະສາດໃໝ່, ເຄືອຂ່າຍຫ້ອງການທີ່ເໝາະສົມ, ຕູ້ ATM 54 ຕູ້, ຕູ້ CRM 33 ຕູ້, ຜູ້ຖືບັດ 60,360 ທ່ານ ແລະ ແອັບທີ່ທັນສະໄໝ.
  • ອັດຕາສ່ວນປະສິດທິພາບ: ອັດຕາສ່ວນປະສິດທິພາບການດຳເນີນງານຢູ່ທີ່ 32.31%.
  • ROAA & ROAE: ອັດຕາຜົນຕອບແທນຕໍ່ຊັບສິນສະເລ່ຍຢູ່ທີ່ 2.69% ແລະ ອັດຕາຜົນຕອບແທນຕໍ່ສ່ວນຂອງເຈົ້າຂອງສະເລ່ຍຢູ່ທີ່ 13.48% ໃນທ້າຍປີ 2025.

ຍຸດທະສາດສຳຄັນ

  1. ມີແຫຼ່ງທຶນທີ່ໝັ້ນຄົງ ຄຽງຄູ່ກັບການລະດົມເງິນຝາກສະກຸນເງິນທ້ອງຖິ່ນ (ລາວກີບ), ສິ່ງອໍານວຍຄວາມສະດວກລະຫວ່າງທະນາຄານ, ການບໍລິການເອເລັກໂຕຣນິກ ແລະ ລາຍໄດ້ຈາກຄ່າທໍານຽມອີງໃສ່ການສ້າງປະສົບການລູກຄ້າທີ່ດີທີ່ສຸດໂດຍກາຍມາເປັນງ່າຍດາຍ ແລະ ມີປະສິດທິພາບຫຼາຍຂຶ້ນ.
  2. ສ້າງເປົ້າໝາຍ SMART ແລະ ຜະລິດຕະພາບທີ່ເປັນໄປໄດ້ໂດຍການວາງເປົ້າໝາຍໃຫ້ຈະແຈ້ງ ເພື່ອຮັກສາພື້ນຖານທຶນທີ່ເຂັ້ມແຂງດ້ວຍອັດຕາຄວາມພຽງພໍຂອງທຶນໃຫ້ຢູ່ໃນລະດັບທີ່ສູງເກີນກວ່າລະບຽບການກຳນົດ.
  3. ການສ້າງຄວາມເຂັ້ມແຂງທາງດ້ານຊັບພະຍາກອນມະນຸດ ແມ່ນເນັ້ນຫນັກໃສ່ຄວາມຮູ້ຄວາມກ້າວຫນ້າ ແລະ ມີສິນທໍາ "ຈັນຍາບັນ" ແບບຄ່ອຍເປັນຄ່ອຍໄປ ແລະ ພັດທະນາວັດທະນະທໍາການບໍລິການທີ່ໂປ່ງໃສຂອງພວກເຮົາໃຫ້ແກ່ທຸກກຸ່ມລູກຄ້າ ແລະ ນຳໃຊ້ 5 ການເວົ້າທີ່ວ່າ: ເວົ້າຄວາມຈິງ, ເວົ້າໃຫ້ສຸພາບ, ເວົ້າໃຫ້ມີປະໂຫຍດ, ເວົ້າໃຫ້ຖືກເວລາ ແລະ ເວົ້າໃນທາງທີ່ດີ.
  4. ເປັນຜູ້ນຳໃນດ້ານທະນາຄານ ເພື່ອທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນ ສປປ ລາວ ໂດຍແນ່ໃສ່ການສະໜອງເງິນກູ້ທີ່ວ່ອງໄວໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ກາງ, ທຸລະກິດຂະໜາດໃຫຍ່ ໂດຍມີຂະບວນການສະໜອງສິນເຊື່ອທີ່ຖືກຕ້ອງ ແລະ ເໝາະສົມ.
  5. ການບໍລິການທາງດ້ານການເງິນທີ່ດີທີ່ສຸດ ເພື່ອຕອບສະໜອງຄວາມຮຽກຮ້ອງ ຕ້ອງການຂອງລູກຄ້າ ໂດຍການໃຫ້ບໍລິການນະວັດຕະກຳໃຫມ່ທາງດ້ານການເງິນຢ່າງກວ້າງຂວາງ ເພື່ອເຮັດໃຫ້ພວກເຂົາມີຊີວິດການເປັນຢູ່ທີ່ດີຂຶ້ນ.
  6. ການປະຕິບັດທີ່ຖືກຕ້ອງສອດຄ່ອງ ແລະ ມີຄວາມໂປ່ງໃສ, ທັດສະນະຄະຕິທີ່ດີ, ຍຸຕິທໍາ ແລະ ຮັບປະກັນບໍ່ໃຫ້ມີການຮັບສິນບົນ.
  7. ສ້າງຄວາມຮ່ວມມືທາງຍຸດທະສາດກັບຄູ່ຮ່ວມງານທີ່ມີຊື່ສຽງພາຍໃນ ແລະ ຕ່າງປະເທດ, ໃນຂົງເຂດທີ່ພວກເຂົາຮ່ວມມືກັນກັບທຸລະກິດຫຼັກຂອງທະນາຄານ ເພື່ອພັດທະນາຄວາມສາມາດໃຫມ່ ແລະ ການ ບໍລິການທາງດ້ານການເງິນ.
  8. ພັດທະນາ ແລະ ຍົກລະດັບລະບົບການບໍລິການທາງດ້ານທະນາຄານ ເອເລັກໂຕຣນິກ (EBS) ພ້ອມທັງການນຳເຕັກໂນໂລຊີມາປະຍຸກໃຊ້ໃນທຸລະກິດການເງິນ (FinTech) ແລະ ການບໍລິການທະນາຄານຜ່ານມືຖື "ACLEDA mobile ຫຼື Super App" ເປັນສອງທາງທີ່ທົ່ວໂລກສາມາດເຂົ້າເຖິງໄດ້ ແລະ ສ້າງຄວາມສະດວກສະບາຍໃຫ້ແກ່ການບໍລິການດ້ວຍຕົນເອງ ແລະ ໂອກາດໃນການຂາຍ.
  9. ນິຕິວິທີການເຮັດວຽກທີ່ມີປະສິດທິພາບ ເພື່ອຄວາມເພິ່ງພໍໃຈຂອງລູກຄ້າ ແລະ ສືບຕໍ່ຍົກລະດັບໃຫ້ທັນສະ ໄໝ ແລະ ການເປັນຜູ້ນຳໃນດ້ານທະນາຄານ ເພື່ອທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນ ສປປ ລາວ.

2025 ຖືເປັນອີກບາດກ້າວໜຶ່ງທີ່ສຳຄັນໃນເສັ້ນທາງການຫັນເປັນດິຈິຕອນຂອງ ທະນາຄານ ເອຊີລີດາ ລາວ ຈຳກັດ. ການເຕີບໂຕຢ່າງຕໍ່ເນື່ອງຂອງ ACLEDA Mobile ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພວກເຮົາໃນການບໍລິການທີ່ປອດໄພ, ສະດວກ ແລະ ຄົບວົງຈອນ ຕະຫຼອດ 24 ຊົ່ວໂມງ. ຜ່ານແພລດຟອມນີ້, ລູກຄ້າສາມາດບໍລິຫານການເງິນທັງສ່ວນຕົວ ແລະ ທຸລະກິດ, ໂອນເງິນ, ຄຸ້ມຄອງເງິນເດືອນ ແລະ ນຳໃຊ້ບໍລິການທາງການເງິນທີ່ຫຼາກຫຼາຍດ້ວຍລະບົບຄວາມປອດໄພທີ່ທັນສະໄໝ. ໃນນາມເປັນທະນາຄານທີ່ເນັ້ນໃສ່ SME, ທະນາຄານ ເອຊີລີດາ ລາວ ຈຳກັດ ຍັງຄົງອຸທິດຕົນເພື່ອສະໜັບສະໜູນລູກຄ້າໃນທຸກຂັ້ນຕອນ ໂດຍສະເໜີຜະລິດຕະພັນທີ່ຫຼາກຫຼາຍ ເຊັ່ນ: ເງິນຝາກ, ສິນເຊື່ອ SME, ການໂອນເງິນ ແລະ ການປະກັນໄພຜ່ານທະນາຄານ.

ໃນນາມຂອງ ທະນາຄານ ເອຊີລິດາ ລາວ ຈຳກັດ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລູກຄ້າທີ່ຮັກແພງ, ສະພາບໍລິຫານ, ຜູ້ຖືຫຸ້ນ, ຄະນະຜູ້ບໍລິຫານ ແລະ ພະນັກງານທຸກທ່ານ ສຳລັບຄວາມໄວ້ວາງໃຈ ແລະ ອຸທິດຕົນຕະຫຼອດປີ. ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງ ລັດຖະບານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຊີ້ນຳຕະຫລອດມາ. ຂໍໃຫ້ບັນດາທ່ານພົບແຕ່ຄວາມຈະເລີນຮຸ່ງເຮືອງ ແລະ ໝັ້ນຍືນ ໃນປີ 2026 ແລະ ຕໍ່ໆໄປ.


ທ່ານ. ລັດສະໝີ ຫງວນ
ຜູ້ອຳນວຍການໃຫຍ່

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

Headquarters

Address:#398, Corner of Dongpalane and Dongpina Road, Unit 20, Phonesavanh Neua Village, Sisattanak District, Vientiane Capital, Lao PDR. See map
P.O. Box:1555
Hotline:1800
Tel:+856 (0)21 264 994 / 416 999
Fax:+856 (0)21 264 995 / 219 228
E-mail:acledabank@acledabank.com.la
SWIFT Code:ACLBLALA
ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 10 ຜູ້ເຂົ້າຊົມມື້ນີ້: 650 ຜູ້ເຂົ້າຊົມມື້ວານນີ້: 1,880
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່