navigate_nextຂໍ້ມູນຂອງທະນາຄານnavigate_nextການຄຸ້ມຄອງບໍລິຫານe
ການຄຸ້ມຄອງບໍລິຫານ
ທະນາຄານ ເອຊີລີດາ ມີຄວາມເຂົ້າໃຈເຖິງຄວາມສຳຄັນຂອງການຄຸ້ມຄອງບໍລິຫານຊຶ່ງຖືວ່າເປັນສິ່ງຈຳເປັນທີ່ຈະເຮັດໃຫ້ ທະນາຄານ ມີການເຕີບໃຫຍ່ຂະຫຍາຍຕົວແບບຍືນຍົງ, ສ້າງໃຫ້ທະນາຄານມີຄວາມສົມບູນ, ສ້າງຄຸນຄ່າໃຫ້ແກ່ຜູ້ຖືຮຸ້ນ ແລະ ສ້າງຄວາມໄວ້ວາງໃຈ ຕໍ່ທຸກພາກສ່ວນກ່ຽວຂ້ອງເຊັ່ນ: ຜູ້ຖືຮຸ້ນ, ລູກຄ້າ, ພະນັກງານ ແລະ ປະຊາຊົນທົ່ວໄປ. ສະພາບໍລິຫານ ສະໜັບສະໜູນ ແລະ ສົ່ງເສີມໃຫ້ຮັບເອົາ ແລະ ຈັດຕັ້ງປະຕິບັດນະໂຍບາຍການຄຸ້ມຄອງບໍລິຫານທີ່ດີ ຄຽງຄູ່ກັບການປະຕິບັດລະບຽບວິໄນ ແລະ ຈັນຍາບັນຂອງການດຳເນີນທຸລະກິດຢ່າງເຂັ້ມງວດ.
ກອງປະຊຸມຜູ້ຖືຮຸ້ນ
ທະນາຄານ ຈັດກອງປະຊຸມໃຫຍ່ ຜູ້ຖືຮຸ້ນປະຈຳປີ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ກົດລະບຽບພາຍໃນ ແລະ ລະບຽບອື່ນທີ່ກ່ຽວຂ້ອງ. ກອງປະຊຸມໃຫຍ່ຜູ້ຖືຮຸ້ນປະຈຳປີ ໄດ້ຈັດຂຶ້ນໃນວັນທີ 24 ເມສາ 2024 ຢູ່ສຳນັກງານໃຫຍ່ຂອງທະນາຄານ ເອຊີລີດາ ລາວ ຈຳກັດ ແລະ ກອງປະຊຸມ ຜ່ານທາງ ຈົດໝາຍອີເລັກໂທຣນິກ (ອີເມວ) 15 ຄັ້ງ ໃນປີ. ທະນາຄານ ເອຊີລີດາ ລາວ ຈຳກັດ ໄດ້ດຳເນີນກອງປະຊຸມດັ່ງລຸ່ມນີ້:
ກ່ອນການປະຊຸມ
ໜັງສືແຈ້ງປະຊຸມ ປະກອບດ້ວຍ ລາຍລະອຽດຂອງວາລະກອງປະຊຸມ, ລາຍລະອຽດ, ໜັງສືອະທິບາຍ ແລະ ເອກະສານທີ່ກ່ຽວຂອງ ຕໍ່ທຸກວາລະປະຊຸມ ພ້ອມດ້ວຍເອກະສານອື່ນໆ ແລະ ບົດລາຍງານປະຈຳປີ 2023 ແລະ ບົດລາຍງານຖານະການເງິນ ທີ່ຜ່ານການກວດສອບ ຈາກບໍລິສັດກວດສອບພາຍນອກ. ໜັງສືແຈ້ງການປະຊຸມ ແລະ ເອກະສານກ່ຽວຂ້ອງອື່ນໆ ແມ່ນເປັນພາສາອັງກິດ ແລະ ໄດ້ສົ່ງໃຫ້ຜູ້ຖືຮຸ້ນທັງໝົດລ່ວງໜ້າກ່ອນການປະຊຸມໃຫຍ່ປະຈຳປີ.
ໃນກອງປະຊຸມ:
ກອງປະຊຸມໃຫຍ່ຜູ້ຖືຮຸ້ນປະຈຳປີ ເປັນປະທານໂດຍ ປະທານສະພາບໍລິຫານ. ປະທານກອງປະຊຸມໄດ້ເປີດໂອກາດຢ່າງກວ້າງຂວາງໃຫ້ບັນດາຜູ້ຖືຮຸ້ນໄດ້ຖາມ ແລະ ໃຫ້ຄຳແນະນຳ ແລະ ໄດ້ມີການອະທິບາຍຢ່າງຈະແຈ້ງເມື່ອມີການສະເໜີ. ຜູ້ບໍລິຫານກໍ່ໄດ້ມີສ່ວນຮ່ວມໃນການຕອບຄຳຖາມກ່ຽວກັບບັນຫາທີ່ກ່ຽວຂ້ອງຢ່າງຈະແຈ້ງ. ບົດບັນທຶກກອງປະຊຸມ ແລະ ການຮັບຮອງເອົາແຕ່ລະວາລະ ແມ່ນບັນທຶກໄວ້ຢ່າງລະອຽດໂດຍເລຂາຂອງທະນາຄານ.
ຫົວຂໍ້ທີ່ໄດ້ຮັບຮອງໃນປີ 2024 ມີ:
- ການຕົກລົງເລືອກເອົາປະທານສະພາບໍລິຫານ ໃຫ້ດຳລົງເປັນ ປະທານຂອງກອງປະຊຸມໃຫຍ່ຜູ້ຖືຮຸ້ນ ຄັ້ງທີ 16;
- ບົດບັນທຶກກອງປະຊຸມໃຫຍ່ຜູ້ຖືຮຸ້ນ ຄັ້ງທີ 15, ໃນວັນທີ 24 ເມສາ 2023;
- ບົດລາຍງານການເງິນປະຈຳປີ 2023 ທີ່ໄດ້ຮັບການກວດສອບ ຈາກ ບໍລິສັດກວດສອບພາຍນອກ;
- ບົດລາຍງານປະຈຳປີ 2023 ຂອງທະນາຄານ ເອຊີລີດາ ລາວ ຈຳກັດ;
- ການຮັບຮອງເອົາແຜນທຸລະກິດປີ 2024 ແລະ ແຜນລາຍຈ່າຍ (CAPEX);
- ການອະນຸມັດແບ່ງປັນຜົນກຳໄລ ປະຈຳປີ 2023;
- ການຮັບຮອງເອົາການເພີ່ມທຶນຈົດທະບຽນ ປະຈຳປີ 2024;
- ການຕົກລົງຮັບຮອງເອົາການປັບປຸງ ສັນຍາຜູ້ຖືຮຸ້ນ ແລະ ກົດລະບຽບພາຍໃນ ຂອງທະນາຄານ ເອຊີລີດາ ລາວ ຈຳກັດ;
- ການຕົກລົງຕົກລົງຮັບຮອງເອົາ ບໍລິສັດ PricewaterhouseCoopers (Lao) Sole Company Limited (PwC) ໃຫ້ເປັນຜູ້ກວດສອບພາຍນອກ ປະຈຳປີ 2024;
- ກຳນົດຕາຕະລາງສຳລັບ ກອງປະຊຸມໃຫຍ່ຜູ້ຖືຮຸ້ນ ຄັ້ງຕໍ່ໄປ.
ພາຍຫລັງກອງປະຊຸມ:
ບົດບັນທຶກກອງປະຊຸມໃຫຍ່ຜູ້ຖືຮຸ້ນປະຈຳປີ ໄດ້ຖືກນຳສົ່ງໄປຍັງບັນດາຜູ້ຖືຮຸ້ນທັງໝົດ ເພື່ອທົບທວນກ່ອນການຮັບຮອງເອົາໃນກອງປະຊຸມໃຫຍ່ປະຈຳປີຄັ້ງຕໍ່ໄປ.


USD
THB
EUR
AUD
VND
CAD
KHR
JPY
GBP