www.acledabank.com.la

navigate_nextຂໍ້ມູນຂອງທະນາຄານnavigate_nextຜູ້ກວດສອບພາຍໃນ

Profile Photo

ທ່ານນາງ ເມົານີ້ ເທບບົວເຮືອງ
ຫົວຫນ້າພະແນກກວດສອບພາຍໃນ (ສັນຊາດລາວ)

ສັນຊາດລາວ, ເກີດເມື່ອເດືອນ ຕຸລາ 1986. ທ່ານໄດ້ເລີ່ມເຮັດວຽກກັບ ທະນາຄານ ເອຊີລີດາ ເມື່ອເດືອນ ກໍລະກົດ ປີ 2011, ປະຈຸບັນຮັບຕຳແໜ່ງເປັນ ຫົວຫນ້າພະແນກກວດສອບພາຍໃນ ແລະ ທ່ານຍັງເປັນເລຂານຸການຂອງ ຄະນະກຳມະການກວດສອບ (BACO). ເຊິ່ງທ່ານເປັນຜູ້ບໍລິຫານ ນໍາພາ ແລະ ຈັດແຈງວຽກງານຂອງທຸກໜ່ວຍງານວິຊາສະເພາະພາຍໃນ ພະແນກກວດສອບພາຍໃນ ຄື: ຜຸ້ຊ່ຽວຊານການພັດທະນາການກວດສອບພາຍໃນ, ຜູ້ຊ່ຽວຊານການກວດສອບບົດລາຍງານ, ຜຸ້ຊ່ຽວຊານການກວດສອບຂໍ້ມູນຂ່າວສານ, ຜຸ້ຊ່ຽວຊານການກວດສອບສິນເຊື່ອ, ຜຸ້ຊ່ຽວຊານການກວດສອບການເງິນ, ຜຸ້ຊ່ຽວຊານການກວດສອບການບໍລິການ, ຜຸ້ຊ່ຽວຊານການກວດສອບ AML/CFT ແລະ CPF ແລະ ທິມງານກວດສອບພາກສະຫນາມ ເພື່ອໃຫ້ບັນລຸເປົ້າໝາຍຕາມແຜນ., ນອກຈາກນີ້ ທ່ານຍັງບໍລິຫານ ແລະ ຈັດຕັ້ງແຜນການກ່ຽວກັບການກວດສອບ ເພື່ອໃຫ້ມີ ປະສິດທີພາບ ຄຽງຄູ່ໄປກັບຄວາມໂປ່ງໃສ ແລະ ໃຫ້ຖືກຕາມ ລະບຽບຫລັກການຂອງການກວດສອບ. ທ່ານມີສາຍພົວ ພັນໂດຍກົງກັບ ຄະນະກຳມະການກວດສອບ ແລະ ມີສາຍ ພົວພັນທາງອ້ອມກັບຜູ້ອຳນວຍການໃຫ່ຍ ເພື່ອຮັບປະກັນວ່າທຸກໆວຽກງານຂອງການກວດສອບແມ່ນມີຄວາມອິດ ສະຫຼະ. ທ່ານໄດ້ສຳເລັດການສຶກສາໃນລະດັບ ປະລິນຍາຕີ ໃນຂະແໜງ ບໍລິຫານທຸລະກິດທົ່ວໄປ ແລະ ປະລິນຍາຕີໃນຂະແໜງ ພາສາອັງກິດ ຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ.

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 8 ຜູ້ເຂົ້າຊົມມື້ນີ້: 647 ຜູ້ເຂົ້າຊົມມື້ວານນີ້: 1,880
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່