navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextເງິນຝາກnavigate_nextບັນຊີຝາກສະສົມເພື່ອສຸຂະພາບ
ບັນຊີຝາກສະສົມເພື່ອສຸຂະພາບ
ເພື່ອອຳນວຍຄວາມສະດວກໃຫ້ກັບລະບົບການດູແລະຮັກສາສຸຂະພາບ, ທະນາຄານ ເອຊີລີດາ ລາວ ມີຄວາມຍິນດີນຳສະເໜີການບໍລິການຝາກປະຢັດຮູບແບບໃໝ່ທີ່ມີຊື່ວ່າ: ບັນຊີຝາກສະສົມເພື່ອສຸຂະພາບ, ເຊິ່ງທະນາຄານ ເອຊີລີດາ ລາວ ເຮັດໜ້າທີ່ໃນການດູແລຮັກສາ ແລະ ຈັດການເງິນສົດໃຫ້ກັບບຸກຄົນ ຫຼື ອົງກອນທີ່ນຳມາຝາກເພື່ອຈຸດປະສົງໃນການນຳໃຊ້ເປັນຄ່າໃຊ້ຈ່າຍໃນການກວດສຸຂະພາບ, ການຮັກສາ ແລະ ປິ່ນປົວຂອງເຈົ້າຂອງບັນຊີ, ສະມາຊິກໃນຄອບຄົວ, ຍາດພີ່ນ້ອງ, ພະນັກງານ ຫຼື ບຸກຄົນທີສາມ
ເຈົ້າຂອງບັນຊີ ຫຼື ບຸກຄົນທີສາມສາມາດຝາກເງິນເຂົ້າບັນຊີໄດ້ເພື່ອນຳໃຊ້ເປັນຄ່າໃຊ້ຈ່າຍເຂົ້າໃນການຮັກສາສຸຂະພາບຂອງຜູ້ຮັບຜົນທຸກຄົນໂດຍອີງຕາມຈຳນວນເງິນຕົວຈິງທີ່ລະບຸໃນໃບບິນ ແລະ ເງື່ອນໄຂທີ່ລະບຸໃນຂໍ້ກຳນົດ ແລະ ເງື່ອນໄຂຂອງບັນຊີຝາກສະສົມເພື່ອສຸຂະພາບຂອງທະນາຄານ ເອຊີລີດາ
ຜົນປະໂຫຍດ
- ມີຄວາມປອດໄພສຳລັບການດູແລຮັກສາ ແລະ ຈັດການເງິນສຳລັບຄ່າໃຊ້ຈ່າຍໃນການປິ່ນປົວຂອງເຈົ້າຂອງບັນຊີ, ສະມາຊິກຄອບຄົວ, ຍາດພີ່ນ້ອງ ຫຼືບຸກຄົນທີສາມ (ຜູ້ຮັບຜົນ)
- ມີທຶນສຳຮອງພຽງພໍສຳລັບໃຊ້ຈ່າຍຄ່າດູແລສຸຂະພາບທີ່ບໍ່ໄດ້ວາງແຜນໄວ້
- ມີລາຍຮັບເພີ່ມຈາກອັດຕາດອກເບ້ຍ
- ມີຄວາມພ້ອມສຳລັບຄ່າໃຊ້ຈ່າຍໃນການປິ່ນປົວສຸຂະພາບຂອງຄົນໃນຄອບຄົວທ່ານ
ຄຸນລັກສະນະພິເສດ
- ເປັນບັນຊີທີ່ໃຊ້ປຶ້ມບັນຊີເງິນຝາກ ຫຼື ບັດຂໍ້ມູນບັນຊີລູກຄ້າ
- ອັດຕາດອກເບ້ຍສູງກວ່າບັນຊີຝາກປະຢັດ
- ຄິດໄລ່ດອກເບ້ຍທຸກວັນ ແລະ ມອບເຂົ້າບັນຊີທຸກໆ 6 ເດືອນ
- ສາມາດປິດບັນຊີໄດ້ໂດຍອີງຕາມການຕົກລົງຂອງທຸກຝ່າຍທີ່ກ່ຽວຂ້ອງ
- ການຝາກເງິນ: ນອກຈາກເຈົ້າຂອງບັນຊີແລ້ວ ຄົນໃນຄອບຄົວ, ຍາດພີ່ນ້ອງ, ອົງກອນ ຫຼື ສະຖາບັນກໍ່ສາມາດຝາກເງິນເຂົ້າບັນຊີໄດ້
- ການຖອນເງິນ: ສາມາດເຮັດໄດ້ຕາມຈຸດປະສົງ ແລະ ເງື່ອນໄຂຂອງບັນຊີ, ແຕ່ໃນກໍລະນີການຖອນເງິນທີ່ບໍ່ກົງກັບຈຸດປະສົງຂອງບັນຊີ ທ່ານຈະຕ້ອງໄດ້ເສຍຄ່າທຳນຽມ
ຍອດເງິນໃນບັນຊີ
ບັນຊີຝາກສະສົມເພື່ອສຸຂະພາບຕ້ອງມີວົງເງິນເລີ່ມຕົ້ນຝາກ 200.000 ກີບ, ທຸກຄັ້ງທີ່ມີການຖອນເງິນອອກ ທ່ານຕ້ອງຮັກສາຍອດເງິນຕ່ຳສຸດໃນບັນຊີ 100.000 ກີບ
ອັດຕາດອກເບ້ຍ
ອັດຕາດອກເບ້ຍຂອງບັນຊີຝາກສະສົມເພື່ອສຸຂະພາບແມ່ນ 3,80% ຕໍ່ປີ. ຄິດໄລ່ດອກເບ້ຍທຸກວັນ ແລະ ມອບເຂົ້າບັນຊີທຸກໆ 6 ເດືອນ


USD
THB
EUR
AUD
VND
CAD
KHR
JPY
GBP



