www.acledabank.com.la

navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextການບໍລິຫານເງິນສົດnavigate_nextບໍລິການເບີກຈ່າຍເງິນເດືອນ

ບໍລິການເບີກຈ່າຍເງິນເດືອນ

ບໍລິການເບີກຈ່າຍເງິນເດືອນແມ່ນການຈ່າຍເງິນເດືອນໃຫ້ພະນັກງານຂອງບໍລິສັດຜ່ານທະນາຄານ ໂດຍທະນາຄານຈະບັນທຶກເງິນເຂົ້າບັນຊີຝາກປະຢັດ ຫຼື ບັນຊີກະແສລາຍວັນຂອງພວກເຂົາ. ນອກຈາກນີ້, ການບໍລິການເບີກຈ່າຍເງິນເດືອນຍັງສ້າງຂຶ້ນມາເພື່ອຫຼຸດຄວາມສ່ຽງໃຫ້ກັບລູກຄ້າທີ່ອາດເກີດຂຶ້ນໃນລະຫວ່າງການຂົນສົ່ງເງິນສົດເປັນຈຳນວນຫຼາຍຈາກບ່ອນໜຶ່ງໄປຍັງບ່ອນອື່ນໆເພື່ອຈ່າຍເງິນເດືອນໃຫ້ກັບພະນັກງານ. ການບໍລິການນີ້ມີຜົນປະປະໂຫຍດຕໍ່ອົງກອນ ແລະ ພະນັກງານ

ຜົນປະໂຫຍດ

  • ສະດວກສະບາຍແລະ ຫຼຸດຄວາມສ່ຽງ ຕໍ່ຂະບວນການຈ່າຍເງິນເດືອນ
  • ສົ່ງເສີມໃຫ້ພະນັກງານໄດ້ໃຊ້ບໍລິການທີ່ທັນສະໄໝ
  • ເພີ່ມຄວາມເຊື່ອໝັ້ນ ແລະ ຄວາມໂປ່ງໃສໃນການຈ່າຍເງິນເດືອນໃຫ້ພະນັກງານ
  • ຫຼຸດເວລານຳໃຊ້ໃນການນັບເງິນ ແລະ ບໍລິການວ່ອງໄວ
  • ຫຼຸດຕົ້ນທຶນໃນການຈ້າງຜູ້ຮັບຜິດຊອບໃນການຈ່າຍເງິນເດືອນໃຫ້ພະນັກງານ
  • ຫຼຸດຄວາມສ່ຽງໃນການຖືເງິນສົດເພື່ອຈ່າຍເງິນເດືອນໃຫ້ພະນັກງານ

ຄຸນລັກສະນະ

  • ໃຫ້ທາງເລືອກແກ່ບໍລິສັດ ຫຼື ສະຖາບັນສຳລັບການຈ່າຍເງິນເດືອນເຂົ້າບັນຊີຝາກປະຢັດ ຫຼື ບັນຊີກະແສລາຍວັນຂອງພະນັກງານຂອງເຂົາເຈົ້າໂດຍອີງຕາມລາຍຊື່ທີ່ໄດ້ມອບໃຫ້ທະນາຄານ ເອຊີລີດາ ຕາມທີ່ລະບຸໃນສັນຍາ.
  • ຈ່າຍເງິນເດືອນໃຫ້ພະນັກງານໄດ້ທຸກແຂວງ ແລະ ທົ່ວປະເທດ
  • ພະນັກງານຂອງບໍລິສັດ ຫຼື ສະຖາບັນສາມາດຖອນເງິນເດືອນໄດ້ຢູ່ທຸກສາຂາຂອງທະນາຄານຂອງທະນາຄານ ເອຊີລີດາ ທົ່ວປະເທດ

ສະກຸນເງິນ

ທະນາຄານໃຫ້ບໍລິການເບີກຈ່າຍເງິນເດືອນເປັນສະກຸນເງິນກີບ,ໂດລາ, ບາດ

ຄ່າທຳນຽມ

ລາຍການ ຄ່າທຳນຽມ
ຄ່າທຳນຽມຕໍ່ທຸລະກຳ (ກໍລະນີມີບັນຊີເງິນເດືອນກັບທະນາຄານ) 2.000 ກີບ 0,3 ໂດລາ 10 ບາດ
ຄ່າທຳນຽມຕໍ່ທຸລະກຳ (ກໍລະນີບໍ່ມີບັນຊີເງິນເດືອນກັບທະນາຄານ) 5.000 ກີບ 0,7 ໂດລາ 20 ບາດ

contact_supportຄ່າທຳນຽມສະແດງເພື່ອຈຸດປະສົງຊີ້ບອກເທົ່ານັ້ນ ແລະ ອາດມີການປ່ຽນແປງໄດ້. ສໍາລັບການບໍລິການ ແລະ ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ຫາສາຂາທີ່ໃກ້ຄຽງ ຫຼື ສູນປະຊາສຳພັນ ຂອງພວກເຮົາ.

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ທະນາຄານໃນມືຂອງທ່ານ.

245.3K PEOPLE USE THIS.

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 30 ຜູ້ເຂົ້າຊົມມື້ນີ້: 337 ຜູ້ເຂົ້າຊົມມື້ວານນີ້: 0
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່