www.acledabank.com.la

navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextການບໍລິຫານເງິນສົດnavigate_nextແຊັກເງິນສົດ

ແຊັກເງິນສົດ

ແຊັກເງິນສົດແມ່ນແຊັກຂອງທະນາຄານທີ່ລູກຄ້າຊື້ເພື່ອນຳໃຊ້ເຂົ້າໃນການຊຳລະໃຫ້ແກ່ບຸກຄົນທີສາມ ຫຼື ສາມາດຝາກເງິນເຂົ້າບັນຊີຢູ່ທະນາຄານອື່ນພາຍໃນປະເທດ. ແຊັກເງິນສົດຍັງຖືກນຳໃຊ້ໂດຍທະນາຄານເປັນປະຈຳເພື່ອຊຳລະໃບບິນທີ່ກ່ຽວຂ້ອງກັບຄ່າໃຊ້ຈ່າຍໃນການປະຕິບັດງານຂອງທະນາຄານ

ເມື່ອທ່ານຕ້ອງການຊຳລະໃບບິນ ຫຼື ຊື້ສິນຄ້າ ແຕ່ບໍ່ຕ້ອງການຖືເງິນສົດຈຳນວນຫຼາຍ, ພວກເຮົາສະໜອງການບໍລິການອອກແຊັກເງິນສົດໃຫ້ທ່ານດ້ວຍຄວາມສະດວກສະບາຍ ແລະ ປອດໄພ

ການອອກແຊັກເງິນສົດ

ລູກຄ້າທີ່ມີບັນຊີ ຫຼື ບໍ່ມີບັນຊີກັບທະນາຄານ ເອຊີລີດາ ລາວ ສາມາດສະເໜີຂໍອອກແຊັກເງິນສົດໄດ້

  • ກະລຸນາຕິດຕໍ່ຫາສາຂາທີ່ໃກ້ທີ່ສຸດສຳລັບການຕື່ມແບບຟອມຄຳຮ້ອງຂໍອອກແຊັກເງິນສົດ
  • ແຈ້ງບັດປະຈຳຕົວ ຫຼື ໜັງສືຜ່ານແດນ ຫຼື ເອກະສານອື່ນໆ ຖ້າຫາກທ່ານບໍ່ມີບັນຊີກັບທະນາຄານ ເອຊີລີດາ ລາວ

ຄ່າທຳນຽມ

  • 10.000 ກີບ, 1ໂດລາ, 50 ບາດ ຕໍ່ໃບ
  • ເກັບຄ່າທຳນຽມໂອນເງິນພາຍໃນ ຖ້າຫາກລູກຄ້າຝາກແຊັກເງິນສົດ ຫຼື ຝາກເງິນສົດເຂົ້າບັນຊີຂອງຕົນ ຈາກສາຂາອື່ນ
  • ບໍ່ເກັບຄ່າທຳນຽມ (ການອອກເຊັກເງິນສົດ ແລະ ໂອນເງິນ) ສຳລັບຜູ້ສະໜອງຂອງທະນາຄານ ເອຊີລີດາ ລາວ

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ທະນາຄານໃນມືຂອງທ່ານ.

245.3K PEOPLE USE THIS.

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 30 ຜູ້ເຂົ້າຊົມມື້ນີ້: 337 ຜູ້ເຂົ້າຊົມມື້ວານນີ້: 0
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່