13 ຕຸລາ 2026
ພວກເຮົາໄດ້ພິມເຜີຍແຜ່ລາຍງານການເງິນປະຈຳໄຕມາດທີ 3 ຂອງປີ 2026 ເພື່ອໃຫ້ທ່ານຊາບກ່ຽວກັບສະຖານະການດ້ານການເງິນຂອງທະນາຄານ ACLEDA ປະຈຳລາວ.
24 ກັນຍາ 2026
ໃນວັນທີ 23 ກັນຍາ 2026, ທ່ານນາງ ໄກສອນ ລິນທອງ, ຫົວໜ້າພະແນກການຕະຫຼາດ ທະນາຄານ ເອຊີລີດາ ລາວ ຈຳກັດ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນສ້າງຕັ້ງ ສຳນັກງານປົກປ້ອງເງິນຝາກ (ສປງ) ຄົບຮອບ 27 ປີ (23 ກັນຍາ 1999 – 23 ກັນຍາ 2026).
15 ກັນຍາ 2026
ACLEDA Bank Lao Ltd. ຂໍສະແດງຄວາມຍິນດີຢ່າງສຸດໃຈຕໍ່ບໍລິສັດແມ່ ACLEDA Bank Plc. ທີ່ໄດ້ຮັບການຈັດອັນດັບໃນລາຍການ “World’s Top Performing Banks 2026” ໂດຍ Forbes.
ຄວາມພາກພູມໃຈຂອງຄອບຄົວ ເອຊີລີດາ
30 ກໍລະກົດ 2026
ທະນາຄານ ເອຊີລີດາ ລາວ ຈຳກັດ ຂໍສະແດງຄວາມຍິນດີຢ່າງຍິ່ງຕໍ່ ACLEDA Bank Plc ໄດ້ຮັບການຈັດອັນດັບໃນ \\\\\\\\\\\\\\\"Top 1000 World Banks 2026\\\\\\\\\\\\\\\" ໂດຍວາລະສານ THE BANKER. ໃນປີ 2026, ACLEDA Bank Plc. ໄດ້ຮັບຈັດອັນດັບທີ 785 ຂອງໂລກ ເລື່ອນຂຶ້ນຈາກອັນດັບ 792 ໃນປີ 2025 ແລະ ຍັງຄົງເປັນທະນາຄານພຽງແຫ່ງດຽວຈາກປະເທດກຳປູເຈຍ ທີ່ໄດ້ຮັບກຽດຕິຍົດອັນຊົງຄຸນຄ່ານີ້.
08 ກໍລະກົດ 2026
ໃນຕອນເຊົ້າຂອງວັນທີ 8 ກໍລະກົດ 2026, ທະນາຄານ ເອຊີລີດາ ລາວ ຈຳກັດ ສຳນັກງານໃຫຍ່ ແລະ ທຸກສາຂາ ທົ່ວປະເທດ ໄດ້ຈັດກິດຈະກຳຮ່ວມກັບອົງການກາແດງ ໃນການບໍລິຈາກເລືອດຊ່ວຍສັງຄົມ ໃຫ້ເລືອດ ໃຫ້ຊີວິດ ເນື່ອງໃນໂອກາດວັນສ້າງຕັ້ງທະນາຄານ ຄົບຮອບ 18 ປີ
29 ມິຖຸນາ 2026
ນະຄອນຫຼວງວຽງຈັນ, 22 ມິຖຸນາ 2026 – ທະນາຄານ ເອຊີລີດາ ລາວ ຈຳກັດ ໄດ້ເພີ່ມທຶນຈົດທະບຽນຈາກ 500 ຕື້ກີບ ເປັນ 550 ຕື້ກີບ, ນັບເປັນອີກໜຶ່ງບາດກ້າວສຳຄັນໃນການເສີມສ້າງຄວາມແຂງແກ່ງດ້ານຖານທຶນ ແລະ ຍົກລະດັບສັກກະຍະພາບເພື່ອຮອງຮັບການເຕີບໂຕຢ່າງຍືນຍົງ ພ້ອມທັງຂະຫຍາຍຂີດຄວາມສາມາດໃນການໃຫ້ບໍລິການທາງການເງິນທີ່ທັນສະໄໝ ແລະ ຄົບວົງຈອນແກ່ລູກຄ້າ.
ທະນາຄານ ເອຊີລີດາ ລາວ ຈຳກັດ ຂັບເຄື່ອນຍຸດທະສາດ ““Phygital” ເພື່ອຍົກລະດັບປະສົບການທາງການເງິນຂອງລູກຄ້າ
18 ມິຖຸນາ 2026
ທະນາຄານ ເອຊີລີດາ ລາວ ຈຳກັດ ສືບຕໍ່ຂັບເຄື່ອນຍຸດທະສາດ “Phygital Banking” ຫຼື ການຮ່ວມພະລັງລະຫວ່າງການບໍລິການທາງກາຍະພາບ (Physical) ແລະ ເທັກໂນໂລຊີດິຈິຕອນ (Digital) ເພື່ອສ້າງປະສົບການການເງິນທີ່ໄຮ້ຮອຍຕໍ່ (Seamless Experience) ແກ່ລູກຄ້າທຸກກຸ່ມ ໃຫ້ສາມາດເຂົ້າເຖິງບໍລິການໄດ້ຢ່າງສະດວກ, ປອດໄພ, ວ່ອງໄວ ແລະ ຕອບສະໜອງຕໍ່ວິຖີຊີວິດໃນຍຸກໃໝ່.
ທະນາຄານ ເອຊີລີດາ ລາວ ຈຳກັດ ປະກອບສ່ວນຊຳລະອາກອນປະຈຳປີ 2025 ຫຼາຍກວ່າ 40 ຕື້ກີບ
03 ມິຖຸນາ 2026
ທະນາຄານ ເອຊີລີດາ ລາວ ຈຳກັດ ສືບຕໍ່ຢືນຢັນຄວາມມຸ່ງໝັ້ນໃນການດຳເນີນທຸລະກິດຕາມຫຼັກການ ແລະ ການປະຕິບັດພັນທະຕໍ່ລັດຢ່າງຄົບຖ້ວນ ໂດຍໄດ້ຊຳລະອາກອນປະຈຳປີ 2025 ເປັນມູນຄ່າລວມຫຼາຍກວ່າ 40 ຕື້ກີບ ເພື່ອປະກອບສ່ວນເຂົ້າໃນງົບປະມານແຫ່ງລັດ ແລະ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.
22 ພຶດສະພາ 2026
ໃນວັນທີ 22 ພຶດສະພາ 2026, ທີ່ ທະນາຄານ ເອຊີລີດາ ລາວ ຈຳກັດ ສາຂາຫຼວງພະບາງ ໄດ້ຈັດກອງປະຊຸມຫົວໜ້າສາຂາ ແລະ ໜ່ວຍບໍລິການ ປະຈຳໄຕມາດ II ຂຶ້ນ ເພື່ອສະຫຼຸບ ແລະ ປະເມີນຜົນການດຳເນີນງານໃນໄລຍະຜ່ານມາ ພ້ອມທັງວາງທິດທາງ ແລະ ກຳນົດແຜນງານສຳຄັນສຳລັບໄຕມາດຕໍ່ໄປ ເພື່ອຍົກລະດັບຄຸນນະພາບການບໍລິການ ແລະ ເສີມສ້າງຄວາມເຂັ້ມແຂງໃນການດຳເນີນວຽກງານຂອງທະນາຄານ.
15 ພຶດສະພາ 2026
ໃນວັນທີ 15 ພຶດສະພາ 2026, ທີ່ ສຳນັກງານບໍລີສັດ ອີຊີໂກລ໌ ໄດ້ຈັດພິທີລົງນາມສັນຍາຮ່ວມມື ໃນການໃຫ້ບໍລິການຊື້-ຂາຍຄຳໃນແອັບ Easy Gold ຜ່ານ ACLEDA Mobile super App ລະຫວ່າງ ທະນາຄານ ເອຊີລີດາ ລາວ ຈຳກັດ ແລະ ບໍລິສັດ ອີຊີໂກລ໌ ຂຶ້ນນຢ່າງເປັນທາງການ ທ່າມກາງບັນຍາກາດທີ່ເປັນກັນເອງ ແລະ ອົບອຸ່ນ. ໃນພິທີດັ່ງກ່າວ ໄດ້ຮັບກຽດຈາກຄະນະຜູ້ບໍລິຫານ, ພະນັກງານ ແລະ ຜູ້ຕາງໜ້າຈາກສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.


USD
THB
EUR
AUD
VND
CAD
KHR
JPY
GBP















