www.acledabank.com.la

navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າສ່ວນບຸກຄົນnavigate_nextໂອນເງິນnavigate_nextໂອນເງິນລະຫວ່າງປະເທດຜ່ານເວສເຕິ້ນຢູນຽນ

ໂອນເງິນລະຫວ່າງປະເທດຜ່ານເວສເຕິ້ນຢູນຽນ

ການບໍລິການໂອນເງິນຂອງເວສເຕິ້ນຢູນຽນທົ່ວໂລກ ເປັນເລື່ອງງ່າຍສຳລັບທ່ານ

ຄວາມໝັ້ນໃຈ

ເວສເຕິ້ນຢູຍຽນໄດ້ໃຫ້ບໍລິການໂອນເງິນໃຫ້ຜູ້ບໍລິໂພກຫຼາຍກວ່າ 140 ປີ. ການໂອນເງິນແຕ່ລະຄັ້ງສາມາດຕິດຕາມໄດ້ໂດຍໃຊ້ໝາຍເລກຄວບຄຸມການໂອນເງິນ ("MTCN"), ຮັບປະກັນວ່າເງິນຂອງທ່ານພ້ອມທີ່ຈະຊຳລະໃຫ້ກັບຜູ້ຮັບໄດ້ຢ່າງວ່ອງໄວ.

ຄວາມໄວ

ການໂອນເງິນຈະໄດ້ຮັບທັນທີພາຍໃນ(1) ນາທີ ຫຼັງຈາກການໂອນສຳເລັດ. ເວສເຕິ້ນຢູນຽນນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ເປັນເຄື່ອຂ່າຍລະບົບຄອມພິວເຕີພຽງແຫ່ງດຽວໃນໂລກສຳລັບການຈ່າຍເງິນດ່ວນໃນຫຼາຍກວ່າ 200 ປະເທດທົ່ວໂລກ(2)

ຄວາມສະດວກ

ຜູ້ໂອນ ແລະ ຜູ້ຮັບເງິນສາມາດໄປຕົວແທນໃດໜຶ່ງທົ່ວໂລກ ເພື່ອຮັບ ຫຼື ສົ່ງເງິນໂດຍບໍ່ຈຳເປັນຕ້ອງມີບັນຊີທະນາຄານ. ຕົວແທນຫຼາຍແຫ່ງໃຫ້ບໍລິການຕະຫຼອດອາທິດດ້ວຍຄວາມສະດວກສະບາຍ

ການໂອນເງິນ

  1. ໄປຫາສາຂາທະນາຄານ ເອຊີລີດາ ທີ່ໃກ້ທີ່ສຸດທີ່ໃຫ້ບໍລິການ Western Union.
  2. ຕື່ມແບບຟອມ ໂອນເງິນ ຈາກນັ້ນສົ່ງຟອມພ້ອມກັບເງິນທີ່ທ່ານຕ້ອງການໂອນ, ຄ່າທຳນຽມໂອນເງິນ ແລະ ເອກະສານຢັ້ງຢືນຕົວຕົນຂອງທ່ານໃຫ້ພະນັກງານບໍລິການ
  3. ພະນັກງານບໍລິການຈະມອບໃບຮັບເງິນທີ່ມີເລກ MTCN ໃຫ້ທ່ານ
  4. ໂທຫາຫາຜູ້ຮັບ ແລະ ບອກລາຍລະອຽດຂອງການໂອນເງິນເຊັ່ນ ຊື່ຜູ້ໂອນ, ຈຳນວນເງິນໂອນ, ປະເທດທີ່ໂອນ ແລະ ເລກ MTCN 10 ຕົວເລກ. ຫ້າມເປີດເຜີຍຂໍ້ມູນການໂອນເງິນໃຫ້ຄົນອື່ນນອກເໜືອຈາກຜູ້ຮັບທີ່ມີຊື່ຕົວເອງ

ການຮັບເງິນ

  1. ໄປຫາສາຂາທະນາຄານ ເອຊີລີດາ ທີ່ໃກ້ທີ່ສຸດທີ່ໃຫ້ບໍລິການ ເວສເຕິ້ນຢູນຽນ
  2. ຕື່ມແບບຟອມ ຮັບເງິນ ໂດຍຕື່ມຂໍ້ມູນລາຍລະອຽດຂອງຜູ້ໂອນ, ຈຳນວນເງິນ, ປະເທດທີ່ໂອນເງິນ ແລະ ເລກ MTCN
  3. ສົ່ງຟອມທີ່ຕື່ມແລ້ວພ້ອມກັບເອກະສານຢັ້ງຢືນຕົວຕົນໃຫ້ກັບພະນັກງານ
  4. ເຊັນໃບຮັບເງິນ ແລະ ຮັບເງິນໂອນ
ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ຕົວແທນເວສເຕິ້ນຢູນຽນໃນປະເທດລາວ. ໃນຖານະທີ່ເປັນຕົວແທນຂອງເວສເຕິ້ນຢູນຽນ, ທະນາຄານ ເອຊີລີດາ ລາວ ໃຫ້ບໍລິການທ່ານໃນການໂອນ-ຮັບເງິນທົ່ວໂລກດ້ວຍຄວາມວ່ອງໄວແລະ ເຊື່ອຖືໄດ້.ທ່ານສາມາດຕິດຕໍ່ສຳນັກງານທະນາຄານ ເອຊີລີດາ ລາວ ທີ່ຢູ່ໃກ້ທີ່ໃຫ້ບໍລິການເວສເຕິ້ນຢູນຽນ

ໝາຍເຫດ:

  1. ການໂອນເງິນອາດຈະຊັກຊ້າ ຫຼືບໍ່ສາມາດໃຫ້ບໍລິການໄດ້ໂດຍອີງຕາມເງື່ອນໄຂການເຮັດທຸລະກໍາບາງຢ່າງ, ລວມທັງຈໍານວນທີ່ໂອນ, ປະເທດປາຍທາງ, ຄວາມພ້ອມຂອງສະກຸນເງິນ, ບັນຫາດ້ານລະບຽບການ ແລະການແລກປ່ຽນເງິນຕາຕ່າງປະເທດ, ເງື່ອນໄຂຜູ້ຮັບ, ຄວາມຕ້ອງການລະບຸຕົວຕົນ, ເວລາບໍລິການຂອງຕົວແທນ, ຄວາມແຕກຕ່າງຂອງເວລາໃນແຕ່ລະເຂດ ຫຼື ການເລືອກທາງເລືອກgເລື່ອນເວລາ. ອາດມີຂໍ້ຈຳກັດເພີ່ມເຕີມ. ສໍາລັບລາຍລະອຽດກະລຸງເບິ່ງໃນຟອມໂອນເງິນ.
  2. ເວສເຕິ້ນຢູນຽນ ຍັງເຮັດໃຫ້ເງິນຈາກການແລກປ່ຽນເງິນຕາ. ໃນ​ເວ​ລາ​ທີ່​ເລືອກ​ເຄື່ອງ​ສົ່ງ​ເງິນ​ ໃຫ້​ສົມ​ທຽບ​ທັງ​ຄ່າ​ທໍາ​ນຽມ​ການ​ໂອນ​ແລະ​ອັດ​ຕາ​ແລກ​ປ່ຽນ​ຢ່າງຮອບຄອບ. ຄ່າທຳນຽມ ແລະ ອັດຕາແລກປ່ຽນເງິນຕາຕ່າງປະເທດອາດຈະແຕກຕ່າງກັນໄປຕາມຍີ່ຫໍ້, ຊ່ອງທາງ ແລະ ສະຖານທີ່ໂດຍອີງໃສ່ປັດໃຈຈໍານວນຫນຶ່ງ. ຄ່າທຳນຽມ ແລະ ອັດຕາອາດມີການປ່ຽນແປງໂດຍບໍ່ຕ້ອງແຈ້ງລ່ວງໜ້າ

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ທ່ານພໍມີເວລາ 10 ນາທີເພື່ອຊ່ວຍພວກເຮົາປັບປຸງຄຸນນະພາບການບໍລິການຂອງພວກເຮົາບໍ່? ການເກັບກຳຜົນແມ່ນບໍ່ຖືກລະບຸຊື່

ເລີ່ມໃຫ້ຄຳເຫັນ

ທະນາຄານໃນມືຂອງທ່ານ.

242.7K PEOPLE USE THIS.

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 28 ຜູ້ເຂົ້າຊົມມື້ນີ້: 670 ຜູ້ເຂົ້າຊົມມື້ວານນີ້: 1,880
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່