navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextໂອນເງິນnavigate_nextໂອນເງິນລະຫວ່າງປະເທດຜ່ານເວສເຕິ້ນຢູນຽນ
ໂອນເງິນລະຫວ່າງປະເທດຜ່ານເວສເຕິ້ນຢູນຽນ
ການບໍລິການໂອນເງິນຂອງເວສເຕິ້ນຢູນຽນທົ່ວໂລກ ເປັນເລື່ອງງ່າຍສຳລັບທ່ານ
ຄວາມໝັ້ນໃຈ
ເວສເຕິ້ນຢູຍຽນໄດ້ໃຫ້ບໍລິການໂອນເງິນໃຫ້ຜູ້ບໍລິໂພກຫຼາຍກວ່າ 140 ປີ. ການໂອນເງິນແຕ່ລະຄັ້ງສາມາດຕິດຕາມໄດ້ໂດຍໃຊ້ໝາຍເລກຄວບຄຸມການໂອນເງິນ ("MTCN"), ຮັບປະກັນວ່າເງິນຂອງທ່ານພ້ອມທີ່ຈະຊຳລະໃຫ້ກັບຜູ້ຮັບໄດ້ຢ່າງວ່ອງໄວ.
ຄວາມໄວ
ການໂອນເງິນຈະໄດ້ຮັບທັນທີພາຍໃນ(1) ນາທີ ຫຼັງຈາກການໂອນສຳເລັດ. ເວສເຕິ້ນຢູນຽນນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ເປັນເຄື່ອຂ່າຍລະບົບຄອມພິວເຕີພຽງແຫ່ງດຽວໃນໂລກສຳລັບການຈ່າຍເງິນດ່ວນໃນຫຼາຍກວ່າ 200 ປະເທດທົ່ວໂລກ(2)
ຄວາມສະດວກ
ຜູ້ໂອນ ແລະ ຜູ້ຮັບເງິນສາມາດໄປຕົວແທນໃດໜຶ່ງທົ່ວໂລກ ເພື່ອຮັບ ຫຼື ສົ່ງເງິນໂດຍບໍ່ຈຳເປັນຕ້ອງມີບັນຊີທະນາຄານ. ຕົວແທນຫຼາຍແຫ່ງໃຫ້ບໍລິການຕະຫຼອດອາທິດດ້ວຍຄວາມສະດວກສະບາຍ
ການໂອນເງິນ
- ໄປຫາສາຂາທະນາຄານ ເອຊີລີດາ ທີ່ໃກ້ທີ່ສຸດທີ່ໃຫ້ບໍລິການ Western Union.
- ຕື່ມແບບຟອມ ໂອນເງິນ ຈາກນັ້ນສົ່ງຟອມພ້ອມກັບເງິນທີ່ທ່ານຕ້ອງການໂອນ, ຄ່າທຳນຽມໂອນເງິນ ແລະ ເອກະສານຢັ້ງຢືນຕົວຕົນຂອງທ່ານໃຫ້ພະນັກງານບໍລິການ
- ພະນັກງານບໍລິການຈະມອບໃບຮັບເງິນທີ່ມີເລກ MTCN ໃຫ້ທ່ານ
- ໂທຫາຫາຜູ້ຮັບ ແລະ ບອກລາຍລະອຽດຂອງການໂອນເງິນເຊັ່ນ ຊື່ຜູ້ໂອນ, ຈຳນວນເງິນໂອນ, ປະເທດທີ່ໂອນ ແລະ ເລກ MTCN 10 ຕົວເລກ. ຫ້າມເປີດເຜີຍຂໍ້ມູນການໂອນເງິນໃຫ້ຄົນອື່ນນອກເໜືອຈາກຜູ້ຮັບທີ່ມີຊື່ຕົວເອງ
ການຮັບເງິນ
- ໄປຫາສາຂາທະນາຄານ ເອຊີລີດາ ທີ່ໃກ້ທີ່ສຸດທີ່ໃຫ້ບໍລິການ ເວສເຕິ້ນຢູນຽນ
- ຕື່ມແບບຟອມ ຮັບເງິນ ໂດຍຕື່ມຂໍ້ມູນລາຍລະອຽດຂອງຜູ້ໂອນ, ຈຳນວນເງິນ, ປະເທດທີ່ໂອນເງິນ ແລະ ເລກ MTCN
- ສົ່ງຟອມທີ່ຕື່ມແລ້ວພ້ອມກັບເອກະສານຢັ້ງຢືນຕົວຕົນໃຫ້ກັບພະນັກງານ
- ເຊັນໃບຮັບເງິນ ແລະ ຮັບເງິນໂອນ
ໝາຍເຫດ:
- ການໂອນເງິນອາດຈະຊັກຊ້າ ຫຼືບໍ່ສາມາດໃຫ້ບໍລິການໄດ້ໂດຍອີງຕາມເງື່ອນໄຂການເຮັດທຸລະກໍາບາງຢ່າງ, ລວມທັງຈໍານວນທີ່ໂອນ, ປະເທດປາຍທາງ, ຄວາມພ້ອມຂອງສະກຸນເງິນ, ບັນຫາດ້ານລະບຽບການ ແລະການແລກປ່ຽນເງິນຕາຕ່າງປະເທດ, ເງື່ອນໄຂຜູ້ຮັບ, ຄວາມຕ້ອງການລະບຸຕົວຕົນ, ເວລາບໍລິການຂອງຕົວແທນ, ຄວາມແຕກຕ່າງຂອງເວລາໃນແຕ່ລະເຂດ ຫຼື ການເລືອກທາງເລືອກgເລື່ອນເວລາ. ອາດມີຂໍ້ຈຳກັດເພີ່ມເຕີມ. ສໍາລັບລາຍລະອຽດກະລຸງເບິ່ງໃນຟອມໂອນເງິນ.
- ເວສເຕິ້ນຢູນຽນ ຍັງເຮັດໃຫ້ເງິນຈາກການແລກປ່ຽນເງິນຕາ. ໃນເວລາທີ່ເລືອກເຄື່ອງສົ່ງເງິນ ໃຫ້ສົມທຽບທັງຄ່າທໍານຽມການໂອນແລະອັດຕາແລກປ່ຽນຢ່າງຮອບຄອບ. ຄ່າທຳນຽມ ແລະ ອັດຕາແລກປ່ຽນເງິນຕາຕ່າງປະເທດອາດຈະແຕກຕ່າງກັນໄປຕາມຍີ່ຫໍ້, ຊ່ອງທາງ ແລະ ສະຖານທີ່ໂດຍອີງໃສ່ປັດໃຈຈໍານວນຫນຶ່ງ. ຄ່າທຳນຽມ ແລະ ອັດຕາອາດມີການປ່ຽນແປງໂດຍບໍ່ຕ້ອງແຈ້ງລ່ວງໜ້າ


USD
THB
EUR
AUD
VND
CAD
KHR
JPY
GBP




