www.acledabank.com.la

navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າສ່ວນບຸກຄົນnavigate_nextໂອນເງິນnavigate_nextໂອນເງິນພາຍໃນ

ໂອນເງິນພາຍໃນ

ໃນອະດີດ ເມື່ອເວົ້າເຖິງການໂອນເງິນຈາກບ່ອນໜຶ່ງໄປຫາບ່ອນອື່ນໆຕ້ອງໃຊ້ວິທີການຝາກຜ່ານການຂົນສົ່ງຮູບແບບຕ່າງໆທີ່ມີຄວາມສ່ຽງສູງ ແລະ ໃຊ້ເວລາດົນ. ສິ່ງ​ທີ່​ທ່ານ​ຄາດ​ຫວັງ​ໃນ​ປັດ​ຈຸ​ບັນ ທະນາຄານ ​ເອຊີ​ລີ​ດາ ​ເຊິ່ງ​ເປັນ​ເຄືອ​ຂ່າຍ​ການ​ດຳ​ເນີນ​ງານທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ລະດັບ​ສາກົນ​ເພື່ອ​ສະໜອງ​ທາງ​ອອກ​ໃຫ້​ທ່ານ. ການບໍລິການ​ໂອນ​ເງິນ​ພາຍ​ໃນ​ຂອງທະ​ນາ​ຄານ ​ເອ​ຊີ​ລີ​ດາ​ ສາ​ມາດ​ໂອນ​ເງິນ​ຂອງ​ທ່ານໄປ​ທຸກ​ແຂວງ​ໃນປະເທດລາວໄດ້​ຢ່າງ​ປອດ​ໄພ ແລະ ​ວ່ອງ​ໄວ​​ດ້ວຍ​ຄ່າ​ໃຊ້​ຈ່າຍ​ຕ່ຳ

ທ່ານສາມາດໂອນລະຫວ່າງສາຂາຂອງ ທະນາຄານ ເອຊີລີດາ ແລະ ທະນາຄານອື່ນ ເປັນເງິນກີບ, ໂດລາ ແລະ ບາດ. ສາມາດໂອນເປັນເງິນສົດ ຫຼື ໂອນຜ່ານບັນຊີທີ່ມີກັບທະນາຄານ ເອຊີລີດາ ໂດຍການນຳໃຊ້ລະບົບເຕັກນິກອອນລາຍລະດັບໂລກ. ທ່ານສາມາດໄວ້ວາງໃຈໄດ້ເມື່ອໃຊ້ບໍລິການໂອນເງິນຂອງ ເອຊີລີດາ

ວິທີການໂອນເງິນ

  1. ສຳລັບລາຍລະອຽດກະລຸນາຕິດຕໍໄດ້ທຸກສາຂາຂອງທະນາຄານ ເອຊີລີດາ ລາວ
  2. ຕື່ມຂໍ້ມູນໃສ່ແບບຟອມໂອນເງິນ
  3. ໃຫ້ຂໍ້ມູນກັບພະນັກງານທະນາຄານ ເຊັ່ນ:
    • ຊື່ ແລະ ເລກບັນຊີຜູ້ຮັບເງິນ (ສາຂາ ທະນາຄານ ເອຊີລີດາ ທີ່ຜູ້ຮັບມີບັນຊີ)
    • ຊື່, ເລກທີເອກະສານຢັ້ງຢືນຕົວຕົນຂອງຜູ້ຮັບເງິນ(ກໍລະນີຜູ້ຮັບບໍ່ມີບັນຊີກັບທະນາຄານ ເອຊີລີດາ)
  4. ແຈ້ງຈຳນວນເງິນທີ່ທ່ານໂອນໃຫ້ຜູ້ຮັບ ແລະ ຜູ້ຮັບສາມາດຮັບເງິນໄດ້ພາຍໃນ 2-3 ນາທີ

ວິທີການຮັບເງິນໂອນ

  1. ເຂົ້າມາສຳນັກງານທະນາຄານ ເອຊີລີດາ ແລະ ສະໜອງຂໍ້ມູນກ່ຽວກັບຈຳນວນເງິນ ແລະ ຊື່ຜູ້ໂອນໃຫ້ພະນັກງານທະນາຄານ
  2. ສະແດງເອກະສານຢັ້ງຢືນຕົວຕົນໃຫ້ພະນັກງານທະນາຄານ
  3. ຫຼັງຈາກການກວດໃນລະບົບ, ພະນັກງານທະນາຄານຈະດຳເນີນການໃຫ້ທ່ານທັນທີ

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ທ່ານພໍມີເວລາ 10 ນາທີເພື່ອຊ່ວຍພວກເຮົາປັບປຸງຄຸນນະພາບການບໍລິການຂອງພວກເຮົາບໍ່? ການເກັບກຳຜົນແມ່ນບໍ່ຖືກລະບຸຊື່

ເລີ່ມໃຫ້ຄຳເຫັນ

ທະນາຄານໃນມືຂອງທ່ານ.

242.7K PEOPLE USE THIS.

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 17 ຜູ້ເຂົ້າຊົມມື້ນີ້: 658 ຜູ້ເຂົ້າຊົມມື້ວານນີ້: 1,880
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່