navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextໂອນເງິນnavigate_nextໂອນເງິນພາຍໃນ
ໂອນເງິນພາຍໃນ
ໃນອະດີດ ເມື່ອເວົ້າເຖິງການໂອນເງິນຈາກບ່ອນໜຶ່ງໄປຫາບ່ອນອື່ນໆຕ້ອງໃຊ້ວິທີການຝາກຜ່ານການຂົນສົ່ງຮູບແບບຕ່າງໆທີ່ມີຄວາມສ່ຽງສູງ ແລະ ໃຊ້ເວລາດົນ. ສິ່ງທີ່ທ່ານຄາດຫວັງໃນປັດຈຸບັນ ທະນາຄານ ເອຊີລີດາ ເຊິ່ງເປັນເຄືອຂ່າຍການດຳເນີນງານທີ່ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝລະດັບສາກົນເພື່ອສະໜອງທາງອອກໃຫ້ທ່ານ. ການບໍລິການໂອນເງິນພາຍໃນຂອງທະນາຄານ ເອຊີລີດາ ສາມາດໂອນເງິນຂອງທ່ານໄປທຸກແຂວງໃນປະເທດລາວໄດ້ຢ່າງປອດໄພ ແລະ ວ່ອງໄວດ້ວຍຄ່າໃຊ້ຈ່າຍຕ່ຳ
ທ່ານສາມາດໂອນລະຫວ່າງສາຂາຂອງ ທະນາຄານ ເອຊີລີດາ ແລະ ທະນາຄານອື່ນ ເປັນເງິນກີບ, ໂດລາ ແລະ ບາດ. ສາມາດໂອນເປັນເງິນສົດ ຫຼື ໂອນຜ່ານບັນຊີທີ່ມີກັບທະນາຄານ ເອຊີລີດາ ໂດຍການນຳໃຊ້ລະບົບເຕັກນິກອອນລາຍລະດັບໂລກ. ທ່ານສາມາດໄວ້ວາງໃຈໄດ້ເມື່ອໃຊ້ບໍລິການໂອນເງິນຂອງ ເອຊີລີດາ
ວິທີການໂອນເງິນ
- ສຳລັບລາຍລະອຽດກະລຸນາຕິດຕໍໄດ້ທຸກສາຂາຂອງທະນາຄານ ເອຊີລີດາ ລາວ
- ຕື່ມຂໍ້ມູນໃສ່ແບບຟອມໂອນເງິນ
- ໃຫ້ຂໍ້ມູນກັບພະນັກງານທະນາຄານ ເຊັ່ນ:
- ຊື່ ແລະ ເລກບັນຊີຜູ້ຮັບເງິນ (ສາຂາ ທະນາຄານ ເອຊີລີດາ ທີ່ຜູ້ຮັບມີບັນຊີ)
- ຊື່, ເລກທີເອກະສານຢັ້ງຢືນຕົວຕົນຂອງຜູ້ຮັບເງິນ(ກໍລະນີຜູ້ຮັບບໍ່ມີບັນຊີກັບທະນາຄານ ເອຊີລີດາ)
- ແຈ້ງຈຳນວນເງິນທີ່ທ່ານໂອນໃຫ້ຜູ້ຮັບ ແລະ ຜູ້ຮັບສາມາດຮັບເງິນໄດ້ພາຍໃນ 2-3 ນາທີ
ວິທີການຮັບເງິນໂອນ
- ເຂົ້າມາສຳນັກງານທະນາຄານ ເອຊີລີດາ ແລະ ສະໜອງຂໍ້ມູນກ່ຽວກັບຈຳນວນເງິນ ແລະ ຊື່ຜູ້ໂອນໃຫ້ພະນັກງານທະນາຄານ
- ສະແດງເອກະສານຢັ້ງຢືນຕົວຕົນໃຫ້ພະນັກງານທະນາຄານ
- ຫຼັງຈາກການກວດໃນລະບົບ, ພະນັກງານທະນາຄານຈະດຳເນີນການໃຫ້ທ່ານທັນທີ


USD
THB
EUR
AUD
VND
CAD
KHR
JPY
GBP




