www.acledabank.com.la

navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າສ່ວນບຸກຄົນnavigate_nextເງິນຝາກnavigate_nextບັນຊີຝາກສະສົມເພື່ອການສຶກສາ

ບັນຊີຝາກສະສົມເພື່ອການສຶກສາ

ທະນາຄານ ເອຊີລີດາ ລາວ ມີຄວາມຍິນດີນຳສະເໜີບໍລິການບັນຊີເງິນຝາກຮູບແບບໃໝ່ທີ່ມີຊື່ວ່າ: ບັນຊີຝາກສະສົມເພື່ອການສຶກສາ ເຊິ່ງທະນາຄານ ເອຊີລີດາ ລາວ ເຮັດໜ້າທີ່ໃນການດູແລຮັກສາ ແລະ ຈັດການເງິນສົດໃຫ້ກັບບຸກຄົນ ຫຼື ອົງກອນທີ່ນຳມາຝາກເພື່ອຈຸດປະສົງນຳໃຊ້ເຂົ້າໃນຄ່າໃຊ້ຈ່າຍຂອງການສຶກສາເຊັ່ນ: ຄ່າເທີມ ແລະ/ຫຼື ອຸປະກອນການຮຽນ ຂອງເຈົ້າຂອງບັນຊີ, ສະມາຊິກຄອບຄົວ, ຍາດພີ່ນ້ອງ, ພະນັງການຂອງຕົນ ຫຼື ບຸກຄົນທີສາມ

ເຈົ້າຂອງບັນຊີ ຫຼື ບຸກຄົນທີສາມສາມາດຝາກເງິນເຂົ້າບັນຊີໄດ້ເພື່ອນຳໃຊ້ເປັນຄ່າໃຊ້ຈ່າຍເຂົ້າໃນການສຶກສາຂອງຜູ້ຮັບຜົນທຸກຄົນໂດຍອີງຕາມຈຳນວນເງິນຕົວຈິງທີ່ລະບຸໃນໃບບິນ ແລະ ເງື່ອນໄຂທີ່ລະບຸໃນຂໍ້ກຳນົດ ແລະ ເງື່ອນໄຂຂອງບັນຊີຝາກສະສົມເພື່ອການສຶກສາຂອງທະນາຄານ ເອຊີລີດາ

ຜົນປະໂຫຍດ

  • ມີຄວາມປອດໄພສຳລັບການດູແລຮັກສາ ແລະ ຈັດການເງິນສຳລັບຄ່າໃຊ້ຈ່າຍໃນການສຶກສາຂອງເຈົ້າຂອງບັນຊີ, ສະມາຊິກຄອບຄົວ, ຍາດພີ່ນ້ອງ ຫຼືບຸກຄົນທີສາມ (ຜູ້ຮັບຜົນ)
  • ມີລາຍຮັບເພີ່ມຈາກອັດຕາດອກເບ້ຍ
  • ມີຄວາມພ້ອມທາງດ້ານງົບປະມານ ແລະ ຄ່າໃຊ້ຈ່າຍສຳລັບແຜນການສຶກສາຂອງທ່ານເອງ, ຄົນໃນຄອບຄົວ, ຍາດພີ່ນ້ອງ ຫຼື ບຸກຄົນທີສາມ

ຄຸນລັກສະນະພິເສດ

  • ເປັນບັນຊີທີ່ໃຊ້ປຶ້ມບັນຊີເງິນຝາກ ຫຼື ບັດຂໍ້ມູນບັນຊີລູກຄ້າ
  • ອັດຕາດອກເບ້ຍສູງກວ່າບັນຊີຝາກປະຢັດ
  • ຄິດໄລ່ດອກເບ້ຍທຸກວັນ ແລະ ມອບເຂົ້າບັນຊີທຸກໆ 6 ເດືອນ
  • ສາມາດປິດບັນຊີໄດ້ໂດຍອີງຕາມການຕົກລົງຂອງທຸກຝ່າຍທີ່ກ່ຽວຂ້ອງ
  • ການຝາກເງິນ: ນອກຈາກເຈົ້າຂອງບັນຊີແລ້ວ ຄົນໃນຄອບຄົວ, ຍາດພີ່ນ້ອງ, ອົງກອນ ຫຼື ສະຖາບັນກໍ່ສາມາດຝາກເງິນເຂົ້າບັນຊີໄດ້
  • ການຖອນເງິນ: ສາມາດເຮັດໄດ້ຕາມຈຸດປະສົງ ແລະ ເງື່ອນໄຂຂອງບັນຊີ, ແຕ່ໃນກໍລະນີການຖອນເງິນທີ່ບໍ່ກົງກັບຈຸດປະສົງຂອງບັນຊີ ທ່ານຈະຕ້ອງໄດ້ເສຍຄ່າທຳນຽມ

ຍອດເງິນໃນບັນຊີ

ບັນຊີຝາກສະສົມເພື່ອການສຶກສາຕ້ອງມີວົງເງິນເລີ່ມຕົ້ນຝາກ 200.000 ກີບ, ທຸກຄັ້ງທີ່ມີການຖອນເງິນອອກ ທ່ານຕ້ອງຮັກສາຍອດເງິນຕ່ຳສຸດໃນບັນຊີ 100.000 ກີບ

ອັດຕາດອກເບ້ຍ

ອັດຕາດອກເບ້ຍຂອງບັນຊີຝາກສະສົມເພື່ອການສຶກສາແມ່ນ 3,80% ຕໍ່ປີ. ຄິດໄລ່ດອກເບ້ຍທຸກວັນ ແລະ ມອບເຂົ້າບັນຊີທຸກໆ 6 ເດືອນ

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ທ່ານພໍມີເວລາ 10 ນາທີເພື່ອຊ່ວຍພວກເຮົາປັບປຸງຄຸນນະພາບການບໍລິການຂອງພວກເຮົາບໍ່? ການເກັບກຳຜົນແມ່ນບໍ່ຖືກລະບຸຊື່

ເລີ່ມໃຫ້ຄຳເຫັນ

ທະນາຄານໃນມືຂອງທ່ານ.

242.7K PEOPLE USE THIS.

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 28 ຜູ້ເຂົ້າຊົມມື້ນີ້: 670 ຜູ້ເຂົ້າຊົມມື້ວານນີ້: 1,880
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່