www.acledabank.com.la

navigate_nextຂໍ້ມູນຂອງທະນາຄານnavigate_nextຄະນະຜູ້ບໍລິຫານ

Profile Photo

ທ່ານນາງ ໄກສອນ ລິນທອງ
ຫົວຫນ້າພະແນກການຕະຫລາດ (ສັນຊາດລາວ)

ເກີດເມື່ອວັນທີ 5 ພະຈິກ 1984. ທ່ານໄດ້ເລີ່ມເຮັດ ວຽກກັບ ທະນາຄານ ເອຊີລີດາ ເມື່ອເດືອນ ພຶດສະພາ ປີ 2008, ປະຈຸບັນຮັບຕຳແໜ່ງເປັນຫົວຫນ້າພະແນກ ການຕະຫລາດ ເຊິ່ງທ່ານເປັນຜູ້ນຳພາທີມງານຂອງພະແນກ ການຕະຫລາດ, ທີ່ມີໜ້າທີ່ຮັບຜິດຊອບ ໃນການຄຸ້ມຄອງ ໜ່ວຍງານການຕະຫລາດ, ໜ່ວຍງານຄຸ້ມຄອງບໍລິຫານດ້ານ ເອເລັກໂຕຣນິກ, ໜ່ວຍງານຄຸ້ມຄອງບົດລາຍງານ ແລະ ແຜນການ, ໜ່ວຍງານສູນປະຊາສຳພັນ, ແລະ ໜ່ວຍງານຝ່າຍຂາຍ, ທ່ານນຳພາໃນການພັດທະນາຜະລິດຕະພັນໃໝ່ ແລະ ສ້າງຍຸດທະສາດການຕະຫລາດ, ໃນດ້ານການບໍລິຫານ, ທ່ານເປັນສະມາຊິກຄະນະກຳມະການ ຜູ້ບໍລິຫານ ທະນາຄານ ເອຊີລີດາ ລາວ. ນອກຈາກນີ້ທ່ານຍັງ ເປັນປະທານຄະນະກຳມະການດ້ານການບໍລິການເອເລັກໂຕຣ ນິກ ແລະ ເປັນປະທານຮ່ວມຄະນະກຳມະການພັດທະນາ ຜະລິດຕະພັນດີຈີຕອນ ແລະ ເປັນສະມາຊິກຄະນະກຳມະ ການບໍລິຫານສິນເຊື່ອ, ຄະນະກຳມະການກຳນົດລາຄາ. ທ່ານຍັງ ເປັນຜູ້ຮັບຜິດຊອບໂດຍກົງກ່ຽວກັບ ພະແນກການຕະຫຼາດເຊິ່ງ ຂຶ້ນກັບການຄຸ້ມຄອງໂດຍກົງຂອງທ່ານຜູ້ອຳນວຍການໃຫຍ່ ທ່ານໄດ້ສຳເລັດການສຶກສາໃນລະດັບ ປະລິນຍາໂທສາຂາວິ ຊາບໍລິຫານທຸລະກິດຢູ່ທີ່ວິທະຍາ ໄລຣັຕນະບໍລິຫານທຸລະກິດ.

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 14 ຜູ້ເຂົ້າຊົມມື້ນີ້: 722 ຜູ້ເຂົ້າຊົມມື້ວານນີ້: 1,880
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່