navigate_nextຂໍ້ມູນຂອງທະນາຄານnavigate_nextຄະນະຜູ້ບໍລິຫານ

ທ່ານ ດາລາມຸງຄຸນ ໂຈມມະນີວົງຂາວ
ຫົວໜ້າພະແນກກົດໝາຍ ແລະ ເລຂາບໍລິສັດ (ສັນຊາດລາວ)
ເກີດເມື່ອວັນທີ 26 ກັນຍາ 1988, ທ່ານໄດ້ເຂົ້າ ຮ່ວມເຮັດວຽກກັບ ທະນາຄານ ເອຊີລີດາ ລາວ ຈຳກັດ ໃນເດືອນ ພະຈິກ 2011. ປັດຈຸບັນ ທ່ານດໍາລົງຕຳແໜ່ງເປັນ ຫົວໜ້າພະແນກກົດໝາຍ ແລະ ເລຂາບໍລິສັດ. ເຊິ່ງທ່ານເປັນ ຜູ້ນຳພາທີມງານຂອງພະແນກກົດໝາຍ ແລະ ເລຂາບໍລິສັດ, ທີ່ມີໜ້າທີ່ຮັບຜິດຊອບໃນການຄຸ້ມຄອງ ໜ່ວຍງານກົດໝາຍ, ໜ່ວຍງານດຳເນີນຄະດີ, ໜ່ວຍງານເລຂາ ແລະ ໜ່ວຍງານ ສັນຍາ. ທ່ານເປັນສະມາຊິກຂອງຄະນະຜູ້ບໍລິຫານເຊິ່ງມີໜ້າທີ່ຮັບຜິດຊອບໃນການວາງແຜນຍຸດທະສາດລວມ ແລະ ຮັບຜິດຊອບການດຳເນີນທຸລະກິດປະຈຳວັນຂອງ ທະນາຄານ ໂດຍສະເພາະແຜນການໃຫ້ສອດຄ່ອງກັບລະ ບຽບກົດໝາຍ ແລະ ເຮັດວຽກໂດຍກົງກັບຜູ້ຖືຮຸ້ນ ແລະ ສະພາບໍລິຫານ. ໃນຄະນະກຳມະການລະດັບຜູ້ບໍລິຫານ ຂອງທະນາຄານ ທ່ານເປັນປະທານ ຄະນະກຳມະການຈັດຊື້ ແລະ ເປັນສະມາຊິກ ຄະນະກຳມະການບໍລິຫານລະບົບຂໍ້ມູນຂ່າວສານ. ທ່ານເປັນຜູ້ຮັບຜິດຊອບວຽກງານກົດໝາຍ ແລະ ເລຂາບໍລິສັດ ເຊິ່ງຂຶ້ນກັບການຄຸ້ມຄອງໂດຍກົງຂອງ ທ່ານຜູ້ອຳນວຍການໃຫຍ່, ທ່ານໄດ້ສຳເລັດການສຶກສາ ໃນລະດັບ ປະລິນຍາຕີ ສາຂາກົດໝາຍ ທີ່ມະຫາວິທະຍາໄລ ແຫ່ງຊາດ ຂອງ ສປປ ລາວ ແລະ ປະລິນຍາຕີ ສາຂາພາສາ ອັງກິດ ທີ່ ວິທະຍາໄລ ທິບວາລີ.


USD
THB
EUR
AUD
VND
CAD
KHR
JPY
GBP