navigate_nextຂໍ້ມູນຂອງທະນາຄານnavigate_nextຄະນະຜູ້ບໍລິຫານ

ທ່ານ ຈາລິຍາ ວິໄລສຸກ
ຫົວໜ້າພະແນກການເງິນ (ສັນຊາດລາວ)
ເກີດເມື່ອວັນທີ 22 ພະຈິກ 1986, ທ່ານໄດ້ຮັບ ໃບປະກາດສະນີຍະບັດ ຊັ້ນປະລິນຍາຕີ ດ້ານພາສາ ອັງກິດ ຄະນະສຶກສາສາດ ຂອງມະຫາວິທະຍາໄລ ແຫ່ງຊາດລາວ ໃນປີ 2009, ສຳເລັດການສຶກສາຊັ້ນສູງ ຂະແໜງການ ການເງິນ - ການທະນາຄານ ຈາກວິທະຍາໄລເສດຖາ ບໍລິຫານ ທຸລະກິດ ໃນປີ 2008. ທ່ານຮຽນຈົບມັດທະຍົມຈາກ ມັດທະ ຍົມສົມບູນດອນໜູນ ໃນປີ 2004.
ທ່ານ ຈາລິຍາ ວິໄລສຸກ ເລີ່ມເຮັດວຽກກັບ ທະນາຄານ ເອຊີລີດາ ລາວ ຈຳກັດ ຕັ້ງແຕ່ປີ 2009 ໃນຫຼາກ ຫຼາຍຕຳແໜ່ງ. ທ່ານໄດ້ເລື່ອນຕຳແໜ່ງເປັນ ຜູ້ຊ່ວຍທີ່ປຶກສາ ການເງິນ ໃນປີ 2013, ຜູ້ຊ່ວຍຫົວໜ້າພະແນກບໍລິການ ໃນປີ 2014. ທ່ານໄດ້ດຳລົງຕຳແໜ່ງເປັນ ຫົວໜ້າພະແນກ ການເງິນ ຂອງທະນາຄານ ເອຊີລີດາ ລາວ ຈຳກັດ ນັບແຕ່ ວັນທີ 01 ທັນວາ 2021.


USD
THB
EUR
AUD
VND
CAD
KHR
JPY
GBP