navigate_nextຂໍ້ມູນຂອງທະນາຄານnavigate_nextຄະນະຜູ້ບໍລິຫານ

ທ່ານ ລັດຕະນະ ໂຮ
ທີ່ປຶກສາຂອງບໍລິສັດລູກ
ສັນຊາດກຳປູເຈຍ ເກີດວັນທີ 24 ເມສາ 1980
ທ່ານ ລັດຕະນະ ໂຮ ໄດ້ເຂົ້າຮ່ວມງານກັບ ທະນາຄານ ເອຊີລີດາ ລາວ ຈຳກັດ ໃນເດືອນ ພະຈິກ 2025. ທ່ານສຳເລັດການສຶກສາລະດັບປະລິນຍາໂທ ສາຂາບໍລິຫານທຸລະກິດ ຈາກ National University of Management ແລະ ສຳເລັດການສຶກສາລະດັບປະລິນຍາຕີ ສາຂາການບັນຊີ ຈາກ National Institute of Management. ປັດຈຸບັນທ່ານດຳລົງຕຳແໜ່ງທີ່ປຶກສາຂອງບໍລິສັດລູກ ຂອງ ທະນາຄານ ເອຊີລີດາ ລາວ ຈຳກັດ. ນອກຈາກນີ້ ທ່ານຍັງດຳລົງຕຳແໜ່ງສະມາຊິກສະພາບໍລິຫານຂອງ ACLEDA-Jardines Educational Foundation.
ທ່ານ ລັດຕະນະ ໂຮ ມີປະສົບການການເຮັດວຽກກັບ ທະນາຄານ ເອຊີລີດາ ມະຫາຊົນ ເປັນເວລາກວ່າ 25 ປີ ນັບຕັ້ງແຕ່ປີ 2001, ໂດຍໄດ້ດຳລົງຕຳແໜ່ງເປັນຜູ້ນຳ ແລະ ຕຳແໜ່ງດ້ານການປະຕິບັດງານ ທີ່ຫຼາກຫຼາຍ ເຊັ່ນ: ພະນັກງານສິນເຊື່ອ, ຫົວໜ້າພະນັກງານສິນເຊື່ອສາຂາ, ພະນັກງານໜ່ວຍງານຄຸ້ມຄອງຊັບພະຍາກອນມະນຸດ, ຮອງປະທານ ແລະ ຜູ້ຈັດການໜ່ວຍງານຮັບສະໝັກ ແລະ ຄັດເລືອກບຸກຄະລາກອນ, ຜູ້ຊ່ວຍຫົວໜ້າພະແນກຊັບພະຍາກອນມະນຸດ, ປະສົບການລະດັບສາກົນຂອງທ່ານແມ່ນເປັນຜູ້ຈັດການພະແນກຊັບພະຍາກອນມະນຸດ ທີ່ ACLEDA MFI Myanmar Co. Ltd. (AMM), ຫົວໜ້າກົມຊັບພະຍາກອນມະນຸດ ຂອງທະນາຄານ ເອຊີລີດາ ມະຫາຊົນ.
ຕັ້ງແຕ່ເດືອນ ພະຈິກ 2025 ຈົນເຖິງປະຈຸບັນ, ທ່ານ ລັດຕະນະ ໂຮ ດຳລົງຕຳແໜ່ງທີ່ປຶກສາຂອງບໍລິສັດລູກ ໂດຍມີບົດບາດສຳຄັນໃນການສະໜັບສະໜູນຜູ້ອຳນວຍການໃຫຍ່ ໃນການກຳນົດຍຸດທະສາດຂອງທະນາຄານ ລວມທັງການສະໜັບສະໜູນການບັນລຸເປົ້າໝາຍຍຸດທະສາດ ແລະ ແຜນທຸລະກິດຂອງທະນາຄານ. ທ່ານເຮັດໜ້າທີ່ເປັນທີ່ປຶກສາຫຼັກ, ໃຫ້ຄຳແນະນຳ ແລະ ຄວາມຊ່ຽວຊານແກ່ທຸກພະແນກ ແລະ ສາຂາ ເພື່ອເສີມຂະຫຍາຍປະສິດທິພາບການດຳເນີນງານ, ຊຸກຍູ້ການເຕີບໃຫຍ່ຂອງທຸລະກິດ, ການບໍລິການລູກຄ້າທີ່ດີເລີດ, ນອກຈາກນັ້ນທ່ານຍັງມີບົດບາດສຳຄັນໃນການປ້ອງກັນ ແລະ ຫຼຸດຄວາມສ່ຽງຕະຫຼອດຈົນສ້າງຄວາມໝ້ັນໃຈກາານປະຕິບັດຕາມລະບຽບການຂອງທ້ອງຖິ່ນ ແລະ ການປະຕິບັດທີ່ດີທີ່ສຸດຂອງບໍລິສັດແມ່ຢ່າງຄົບຖ້ວນ.


USD
THB
EUR
AUD
VND
CAD
KHR
JPY
GBP