navigate_nextຂໍ້ມູນຂອງທະນາຄານnavigate_nextຄະນະຜູ້ບໍລິຫານ

ທ່ານ ນາງ ສຸວັນນີ ປິກ
ທີ່ປຶກສາການເງິນແລະຫົວໜ້າຫ້ອງການການເງິນ (ສັນຊາດກຳປູເຈຍ)
ທ່ານ ນາງ ສຸວັນນີ ປິກ ເກີດເມື່ອວັນທີ 01 ມັງກອນ 1983, ສັນຊາດກຳປູເຈຍ. ທ່ານໄດ້ເຂົ້າຮ່ວມປະຕິບັດວຽກງານກັບ ທະນາຄານ ເອຊີລີດາ ມະຫາຊົນ (ກຳປູເຈຍ) ໃນເດືອນ ມັງກອນ ປີ 2008. ໃນເດືອນ ມັງກອນ 2026 ທ່ານໄດ້ຖືກແຕ່ງຕັ້ງໃຫ້ເປັນທີ່ປຶກສາການເງິນ ແລະ ຫົວໜ້າຫ້ອງການການເງິນຂອງ ທະນາຄານ ເອຊີລາດາ ລາວ ຈຳກັດ., ທ່ານໄດ້ນຳພາ ແລະ ຄຸ້ມຄອງໂດຍກົງຕໍ່ຫົວໜ້າພະແນກ ການເງິນ ເຊິ່ງເປັນຜູ້ຮັບຜິດຊອບຄຸ້ມຄອງໜ່ວຍງານຄຸ້ມຄອງການບັນຊີ, ໜ່ວຍງານຄຸ້ມຄອງງົບປະມານ, ໜ່ວຍງານການເງິນ-ການບັນຊີ, ໜ່ວຍງານຄິດໄລ່ອາກອນ ແລະ ຊຳລະສະສາງ, ໜ່ວຍງານລະບົບການບັນຊີ ແລະ ໜ່ວຍງານສະໜັບສະໜູນ ການປະຕິບັດວຽກງານບັນຊີການເງິນ. ທ່ານຍັງໄດ້ຮັບຜິດ ຊອບໃນການວາງແຜນຍຸດທະສາດໂດຍລວມ ແລະ ການດຳເນີນທຸລະກິດປະຈຳວັນຂອງ ທະນາຄານ ກໍ່ຄືການຈັດຕັ້ງ ປະຕິບັດຕາມແຜນທຸລະກິດ. ທ່ານເປັນສະມາຊິກຂອງ ຄະນະກຳມະການບໍລິຫານ ທະນາຄານ, ນອກນີ້ຍັງເຂົ້າ ຮ່ວມປະຊຸມຄະນະກຳມະການກວດສອບ (ACO), ຄະນະກຳມະການບໍລິຫານຄວາມສ່ຽງ ແລະ ຂໍ້ມູນຂ່າວສານ (BRIC), ຄະນະກຳມະການຄຸ້ມຄອງບໍລິຫານ (BGC) ແລະ ເຂົ້າຮ່ວມ ປະຊຸມຄະນະສະພາບໍລິຫານ. ທ່ານເປັນຄະນະ ກຳມະການ ບໍລິຫານຂໍ້ມູນຂ່າວສານ ເທັກ ໂນໂລຢີ (ITMC), ການທົດສອບການຍອມຮັບຂອງຜູ້ນຳໃຊ້ລະບົບ (UAT), ຄະນະກຳມະການບາເຊວ (Basel) ແລະ ສະມາຊິກຂອງ ຄະນະກຳມະການບໍລິຫານສິນເຊື່ອຂອງທະນາຄານ (MCC), ຄະນະກຳມະການຄຸ້ມຄອງຊັບສິນ ແລະ ໜີ້ສິນ (ALCO) ແລະ ເປັນຄະນະກຳມະການລາຍງານປະຈຳປີ. ການໃຫ້ຄຳປຶກສາ, ການບໍລິຫານ, ການນຳພາ ແລະ ການຄຸ້ມຄອງ ເພື່ອຮັບ ຮອງຄູ່ມືການນຳໃຊ້, ຫຼັກການ ແລະ ນິຕິວິທີທີ່ກ່ຽວຂ້ອງກັບລາຍງານການເງິນ, ພະແນກຂໍ້ມູນຂ່າວສານ (ITD) ແລະ ພະແນກບໍລິຫານທຶນ (TRD). ການປະຕິບັດວຽກງານຂອງທ່ານແມ່ນພາຍໃຕ້ການຄຸ້ມຄອງໂດຍກົງ ຂອງ ທ່ານຜູ້ອຳນວຍການໃຫຍ່ທະນາຄານ. ທ່ານ ນາງ ສຸວັນນີ ປິກ ໄດ້ສຳເລັດການສຶກສາລະດັບປະລິນຍາໂທດ້ານບໍລິຫານການເງິນ ຈາກມະຫາວິທະຍາໄລກົດໝາຍ ແລະ ເສດຖະສາດ ປະເທດ ກຳປູເຈຍ.


USD
THB
EUR
AUD
VND
CAD
KHR
JPY
GBP