navigate_nextຂໍ້ມູນທະນາຄານnavigate_nextສະພາບໍລິຫານ

ທ່ານ ສົກຊຳນາງ ນາຍ, ສະມາຊິກສະພາບໍລິຫານຈາກພາຍນອກ (ສັນຊາດກຳປູເຈຍ)
ເກີດວັນທີ 01 ກຸມພາ 1961. ທ່ານ ສົກຊຳນາງ ນາຍ ໄດ້ດຳລົງຕຳແໜ່ງ ເປັນ ສະມາຊິກສະພາບໍລິຫານ ຈາກພາຍນອກ ຂອງທະນາຄານ ເອຊີລີດາ ລາວ ຈຳກັດ ໃນວັນທີ 01 ມັງກອນ 2025. ທ່ານເປັນປະທານຄະນະກຳມະການ ກວດສອບ ແລະ ເປັນສະມາຊິກຄະນະກຳມະການບໍລິຫານຄວາມສ່ຽງ ແລະ ຂໍ້ມູນຂ່າວສານ.
ທ່ານຈົບຫຼັກສູູດດ້ານສະຖາບັນການເງິນເພື່ອການພັດທະນາວິສາຫະກິດເອກະຊົນ ຈາກມະຫາວິທະຍາໄລ Havard (USA) ແລະ ໄດ້ສຶກສາຢູ່ປະເທດເຢຍລະມັນ ໃນປີ 1983 ຫາ ປີ 1986 ແລະ ໄດ້ຮັບໃບປະກາດ ສະນິຍະບັດ ປະລິນຍາຕີດ້ານການບໍລິຫານລັດ.
ທ່ານມີຄວາມຮູ້ ແລະ ປະສົບການໃນຂະແໜງການເງິນ ແລະ ການທະນາຄານ. ທ່ານໄດ້ເຂົ້າເຮັດວຽກນຳ ທະນາຄານ ເອຊີລີດາ ມະຫາຊົນ ໃນປີ 1994 ໂດຍຜ່ານໜ້າທີ່ຕຳແນ່ງຂັ້ນນຳໃນຫຼາຍດ້ານ ບໍ່ວ່າຈະເປັນ: ສິນເຊື່ອ, ຮອງຫົວໜ້າສາຂາ, ຫົວໜ້າສາຂາ ແລະ ເຮັດວຽກຈົນຮັບບຳນານ ໃນເດືອນກຸມພາ ປີ 2021. ຕໍາແໜ່ງສຸດທ້າຍກັບທະນາຄານ ເອຊີລີດາ ມະຫາຊົນ ກ່ອນທ່ານຮັບບຳນານ ແມ່ນເປັນຮອງປະທານ ແລະ ຫົວໜ້າພະແນກບໍລິຫານ, ເຊິ່ງທ່ານຮັບຜິດຊອບຊີ້ນຳວຽກງານດັ່ງນີ້:
- ຊີ້ນຳວຽກງານການບໍລິຫານສາຂາຂອງທະນາຄານ.
- ຮັບຜິດຊອບວຽກບໍລິຫານ, ໂຄງຮ່າງການຈັດຕັ້ງ ແລະ ການຂະຫຍາຍເຄືອຂ່າຍສາຂາຂອງທະນາຄານ.
- ຮັບຜິດຊອບລວມກ່ຽວກັບການບໍລິຫານກິດຈະກຳປະຈຳວັນຂອງສາຂາ ແລະ ການປະຕິບັດຍຸດທະສາດ ແລະ ວາງແຜນກ່ຽວກັບວຽກງານບໍລິຫານ.


USD
THB
EUR
AUD
VND
CAD
KHR
JPY
GBP